Homeຂ່າວທ້ອງຖິ່ນວິກິດໂຄວິດ-19! ສາມຫຼ່ຽມຄຳສົ່ງແຮງງານມຽນມາ 100 ກວ່າຄົນ ກັບຄືນປະເທດ

ວິກິດໂຄວິດ-19! ສາມຫຼ່ຽມຄຳສົ່ງແຮງງານມຽນມາ 100 ກວ່າຄົນ ກັບຄືນປະເທດ

Published on

ແຂວງບໍ່ແກ້ວ ຈັດພິທີມອບ-ສົ່ງແຮງງານມຽນມາ ທີ່ອາໄສຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ 125 ຄົນ, ຍິງ 51 ຄົນ ກັບຄືນປະເທດ ໃນວັນທີ 8 ພຶດສະພາ 2020 ຢູ່ດ່ານບ້ານມອມ ເມືອງ ຕົ້ນເຜິ້ງ ຕາມການສະເໜີຂອງລັດຖະບານມຽມມາ ກໍຄື ໜັງສືສະເໜີຂອງເຈົ້າແຂວງທ່າຂີ້ເຫຼັກ ເພື່ອນຳແຮງງານກັບຄືນປະເທດ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19.

ທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງຕົ້ນເຜິ້ງ ໄດ້ໃຫ້ຮູ້ວ່າ: ການມອບ-ສົ່ງແຮງງານດັ່ງກ່າວ ແມ່ນປະຕິບັດຕາມຈຸດປະສົງຂອງລັດຖະບານມຽນມາ ກໍຄື ໜັງສືສະເໜີຂອງເຈົ້າແຂວງທ່າຂີ້ເຫຼັກ ໂດຍອີງຕາມການສະເໜີຂອງແຮງງານຊາວມຽນມາ ທີ່ມາອອກແຮງງານຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ສປປ ລາວ ເນື່ອງຈາກວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງຄຸກຄາມທຸກໆປະເທດໃນໂລກ ເຊິ່ງວິກິດການດັ່ງກ່າວ ໄດ້ເຮັດໃຫ້ໂຮງຈັກໂຮງງານ ແລະ ການເຮັດວຽກງານຕ່າງໆໄດ້ຢຸດດຳເນີນກິດຈະການຊົ່ວຄາວ. ສະເພາະຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ມີແຮງງານມຽນມາ ອາໄສຢູ່ ປະມານ 3.000 – 4.000 ຄົນ ແລະ ໄລຍະດໍາລົງຊີວິດຢູ່ ແຂວງບໍ່ແກ້ວນີ້ ອຳນາດການປົກຄອງແຕ່ລະຂັ້ນ ກໍໄດ້ອຳນວຍຄວາມສະດວກ ແລະ ໃຫ້ໂອກາດແກ່ແຮງງານມຽນມາ ໃນການທຳມາຫາກິນມາອອກແຮງງານ, ໃຫ້ຄວາມສຳຄັນແກ່ເຂົາເຈົ້າໃນການຄຸ້ມຄອງດູແລ ແລະ ໄດ້ໃຫ້ເຂົາເຈົ້າເຂົ້າເຖິງການສຶກສາ, ສາທາລະນະສຸກ ເປັນຕົ້ນ ການປ້ອງກັນພະຍາດໄຂ້ເລືອດອອກ, ພະຍາດໂລກອະຫິວາ ແລະ ພະຍາດອື່ນໆໂດຍບໍໄດ້ເສຍຄ່າຄືກັນກັບປະຊາຊົນລາວ.

ສຳລັບແຮງງານທີ່ມອບ-ສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນມອບໃຫ້ແຂວງທ່າຂີ້ເຫຼັກນຳໄປຄຸ້ມຄອງເບິ່ງແຍງຕາມກົດໝາຍຂອງ ສສ ມຽນມາ ໃນໄລຍະທີ່ສອງປະເທດພວກເຮົາ ກໍຄື ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ເມືອງທ່າຂີ້ເຫລັກ ແຂວງທ່າຂີ້ເຫຼັກ ພວມຂຸ້ນຂ້ຽວໃນການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ບໍ່ໃຫ້ມີການຂະຫຍາຍອອກເປັນວົງກວ້າງ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...