Homeຂ່າວທ້ອງຖິ່ນທົ່ວນະຄອນຫຼວງເກີດອັກຄີໄພ 7 ຄັ້ງ ເສຍຫາຍຫຼາຍຮ້ອຍລ້ານ

ທົ່ວນະຄອນຫຼວງເກີດອັກຄີໄພ 7 ຄັ້ງ ເສຍຫາຍຫຼາຍຮ້ອຍລ້ານ

Published on

ປັດ­ຈຸ­ບັນ ແມ່ນ​ຢູ່​ໃນ​ໄລ­ຍະ​ລະ­ດູ­ແລ້ງ ຫຼາຍ​ພື້ນ​ທີ່​ໄດ້​ປະ​ເຊີນ​ກັບ​ສະ­ພາບ​ອາ­ກາດ​ຮ້ອນ​ອົບ­ເອົ້າ ບາງວັນອຸນ­ຫະ­ພູມ​ສູງ​ເຖິງ 40-42 ອົງ­ສາ ເຊິ່ງໄລຍະດັ່ງກ່າວ ກໍ​ມັກ​ຈະ​ເກີດ​ເຫດ​ໄຟ​ໄໝ້​ເຮືອນ​ປະ­ຊາຊົນ​ຈຳ­ນວນ​ຫຼາຍ ອາດເປັນຍ້ອນ​ການໃຊ້​ໄຟ­ຟ້າ​ຫຼາຍ​ເກີນ​ໄປ​ ຈົນເຮັດ​ໃຫ້​ໄຟ­ຟ້າ​ເກີດ​ລັດ​ວົງ​ຈອນ.

ອີງ​ຕາມ​ການ​ລາຍ​ງານ​ຂອງ​ພະ​ແນກ​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ ຕ້ານ​ອັກ­ຄີ​ໄພ ນະ­ຄອນ­ຫຼວງ​ວຽງ​ຈັນ ວັນ​ທີ 7 ພຶດ­ສະ­ພາ 2020 ໃຫ້​ຮູ້​ວ່າ: ໃນ​ເດືອນ​ເມ­ສາ 2020 ຜ່ານ​ມາ ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ​ມີ​ອັກ­ຄີ ໄພ​ເກີດ​ຂຶ້ນ 7 ຄັ້ງ ໃນ​ນີ້​ໄໝ້​ເຮືອນ 3 ຄັ້ງ ໄໝ້​ລົດ 1 ຄັ້ງ ແລະ ໄໝ້​ປ່າ​ຫຍ້າ 3 ຄັ້ງ ມູນ​ຄ່າ​ຄວາມ​ເສຍຫາຍ 265 ລ້ານ​ກວ່າ​ກີບ ແລະ 10.000 ໂດ​ລາ​ສະ­ຫະ­ລັດ ເຊິ່ງ​ສາ­ເຫດ​ຂອງ​ການ​ເກີດ​ອັກ­ຄີ​ໄພ​ແມ່ນ​ມາຈາກ​ໄຟ­ຟ້າ​ຊ໋ອດ 2 ຄັ້ງ, ໃຕ້​ທຽນ​ບູ­ຊາ 1 ຄັ້ງ, ໄຟ​ຊ໋ອດ​ສາຍ​ມັດ​ລົດ 1 ຄັ້ງ ແລະ ຈູດ​ປ່າ​ຊະ­ຊາຍ 3 ຄັ້ງ.

ເພື່ອ​ຫຼີກ​ລ່ຽງ​ຈາກ​ບັນ­ຫາ​ດັ່ງ­ກ່າວ ຈຶ່ງ​ໄດ້​ຮຽກ­ຮ້ອງ​ໃຫ້​ທົ່ວ​ສັງ­ຄົມ​ເພີ່ມ​ທະ­ວີ​ຄວາມ​ເອົາ­ໃຈ­ໃສ່ ​ໃນ​ການ​ສະກັດ​ກັ້ນ ແລະ ປ້ອງ​ກັນ​ອັກ­ຄີ​ໄພ​ຢ່າງ​ເຂັ້ມ​ງວດ ໂດຍ​ສະ­ເພາະ​ໃຫ້​ເອົາ­ໃຈ­ໃສ່​ກວດ­ກາ​ລະ­ບົບ​ໄຟ­ຟ້າ​ພາຍ​ໃນ​ເຮືອນ​ຂອງ​ຕົນ​ເປັນ​ປົກ­ກະ­ຕິ ເອົາ­ໃຈ­ໃສ່​ເປັນ​ພິ­ເສດ​ໃນ​ການ​ຈູດ​ຂີ້​ເຫຍື້ອ, ຈູດ​ປ່າ ເພື່ອ​ບໍ່​ໃຫ້​ແຜ່​ລາມ​ໄປ​ໄໝ້​ເຮືອນ​ຂອງ​ປະ­ຊາ­ຊົນ ​ທີ່​ຢູ່​​ບໍ­ລິ­ເວນໃກ້​ຄຽງ ເພາະ​ໄລ­ຍະ​ນີ້​ແມ່ນ​ຢູ່​ໃນ​ໄລ­ຍະ​ລະ­ດູ­ແລ້ງ ອາ­ກາດ​ແຫ້ງ ເຊິ່ງ​ອາດ​ມີ​ຄວາມ​ສ່ຽງ​ເຮັດ​ໃຫ້​ເກີດ​ໄຟ​ໄໝ້​ໄດ້​ງ່າຍ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...