Homeຂ່າວຕ່າງປະເທດເກົາຫຼີເໜືອ-ເກົາຫຼີໃຕ້ຍິງໃສ່ກັນໃນເຂດປອດທະຫານ ຫຼັງ ຄິມ ຈອງ ອຶນ ປະກົດຕົວແລ້ວ

ເກົາຫຼີເໜືອ-ເກົາຫຼີໃຕ້ຍິງໃສ່ກັນໃນເຂດປອດທະຫານ ຫຼັງ ຄິມ ຈອງ ອຶນ ປະກົດຕົວແລ້ວ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 4 ພຶດສະພານີ້ວ່າ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອໄດ້ສະແດງຄວາມຂອບໃຈ ແລະ ຊາບຊຶ້ງຕໍ່ການທຳງານຂອງບຸກຄະລາກອນທີ່ເປັນແບບຢ່າງໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ເໝາະສົມຕາມບົດບາດຂອງຕົນເອງໃນຖານະ “ນັກໂຄສະນາຊວນເຊື່ອ” ຊ່ວຍໃຫ້ສະມາຊິກສາມາດດຳເນີນການໄປຕາມຈຸດປະສົງຂອງພັກໄດ້.

ຄວາມເຄື່ອນໄຫວດັ່ງກ່າວເກີດຂຶ້ນພາຍຫຼັງສຳນັກຂ່າວກາງເກົາຫຼີ (KCNA) ລາຍງານເມື່ອວັນເສົາທີ່ຜ່ານມາວ່າທ່ານ ຄິມ ຈອງ ອຶນ ເດີນທາງໄປທີ່ເມືອງ ຊັນຊັອນ ແຂວງ ພະຍອງອັນໃຕ້ ເມື່ອວັນສຸກເຊິ່ງກົງກັນກັບວັນກຳມະກອນສາກົນ ເພື່ອເປັນປະທານຕັດລິບບິ້ນເປີດໂຮງງານຜະລິດປຸ໋ຍແຫ່ງໃໝ່ຂອງເກົາຫຼີເໜືອ ຖືເປັນການປະກົດຕົວຢ່າງເປັນທາງການ ຄັ້ງທຳອິດໃນຮອບ 21 ວັນ ຫຼັງຫາຍໜ້າໄປຈາກສື່ຕັ້ງແຕ່ວັນທີ 11 ເມສາ ທີ່ຜ່ານມາ ທ່າມກາງກະແສຂ່າວດ້ານສຸຂະພາບ.

ນອກນັ້ນ, ເມື່ອຕອນເຊົ້າຂອງວັນທີ 3 ພຶດສະພາ ຕາມເວລາທ້ອງຖິ່ນທີ່ແຫຼມເກົາຫຼີ ເກີດເຫດການທະຫານຂອງເກົາຫຼີເໜືອຍິງປືນຫຼາຍນັດໄປທີ່ຈຸດສັງເກດການທາງທະຫານຂອງເກົາຫຼີໃຕ້ ພາຍໃນເຂດປອດທະຫານ (DMC) ບໍລິເວນເຂດຊໍວັອນ ໃນແຂວງຄັງວອນ ໃນຂະນະທີ່ກອງທັບເກົາຫຼີໃຕ້ປະກາດເຕືອນອີກຝ່າຍຫຼາຍຄັ້ງຜ່ານເຄື່ອງກະຈາຍສຽງ ແລະ ໄດ້ຍິງປືນກັບໄປ 2 ນັດ.

ຫຼັງເກີດເຫດການດັ່ງກ່າວເກົາຫຼີໃຕ້ຢືນຢັນວ່າບໍ່ມີຄວາມເສຍຫາຍເກີດຂຶ້ນກັບໂຄງສ້າງພື້ນຖານ ແລະ ບໍ່ມີເຈົ້າໜ້າທີ່ເສຍຊີວິດ ຫຼື ໄດ້ຮັບບາດເຈັບ ຕະຫຼອດຈົນຮອດປະຊາຊົນທີ່ອາໃສຢູ່ຕາມແນວຊາຍແດນຍັງປອດໄພດີ. ໂດຍການກວດສອບເບື້ອງຕົ້ນຈາກທາງຝ່າຍຄວາມໝັ້ນຄົງຂອງເກົາຫຼີໃຕ້ ເຊື່ອວ່າການທີ່ເກົາຫຼີເໜືອຍິງປືນຂ້າມຊາຍແດນມານັ້ນ “ບໍ່ມີເຈດຕະນາກະຕຸ້ນຄວາມຮຸນແຮງ”.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...