Homeຂ່າວການສຶກສາສສກ ແນະນໍາໃຫ້ໂຮງຮຽນເອກະຊົນຫາລືກັບຜູ້ປົກຄອງນັກຮຽນ ເລື່ອງຄ່າຮຽນເດືອນເມສາ

ສສກ ແນະນໍາໃຫ້ໂຮງຮຽນເອກະຊົນຫາລືກັບຜູ້ປົກຄອງນັກຮຽນ ເລື່ອງຄ່າຮຽນເດືອນເມສາ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ມີມະຕິຕົກລົງທີ່ກອງປະຊຸມໃນວັນທີ 27 ເມສາ 2020 ທີ່ຜ່ານມາ ໂດຍໄດ້ແນະນໍາໃຫ້ຜູ້ປະກອບການໂຮງຮຽນພາກເອກະຊົນ ຫາທາງຮ່ວມກັນກັບບັນດາຄູອາຈານ ແລະ ຜູ້ປົກຄອງນັກຮຽນ ເລື່ອງການຈ່າຍພັນທະຄ່າຮຽນ ແລະ ເງິນເດືອນຂອງຄູ.

ທັງນີ້, ສືບເນື່ອງຈາກ ໃນວັນທີ 24 ເມສາ 2020 ກະຊວງ ສສກ ໄດ້ອອກແຈ້ງການໃຫ້ຜູ້ປະກອບການສະຖາບັນການສຶກສາເອກະຊົນ ຈ່າຍເງິນເດືອນໃຫ້ຄູ-ອາຈານ ແລະ ພະນັກງານ ປົກກະຕິໃນເດືອນເມສາ 2020 ບໍ່ໃຫ້ຫຼຸດ 50% ຂອງເງິນເດືອນປົກກະຕິ ແລະ ບໍ່ໃຫ້ຫຼຸດຄ່າແຮງງານຂັ້ນຕໍ່າ ທີ່ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ກໍານົດໄວ້.

ພ້ອມກັນນັ້ນ ກໍ່ຮຽກຮ້ອງ ໃຫ້ຜູ້ປົກຄອງຈ່າຍຄ່າຮຽນໃຫ້ສະຖາບັນການສຶກສາພາກເອກະຊົນ ປົກກະຕິໃນເດືອນ ເມສາ 2020 ບໍ່ໃຫ້ຫຼຸດ 50% ຂອງຄ່າຮຽນປົກກະຕິ. ຜ່ານການລາຍງານຂອງສະມາຄົມການສຶກສາພາກເອກະຊົນ ເຫັນວ່າສະຖາບັນການສຶກສາພາກເອກະຊົນມີຫຼາຍລະດັບ ແລະ ໄດ້ຮັບຜົນກະທົບທີ່ແຕກຕ່າງກັນໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19. ຕໍ່ບັນຫາດັ່ງກ່າວ ກະຊວງ ສສກ ຈຶ່ງໄດ້ມີມະຕິໃນກອງປະຊຸມຄັ້ງວັນທີ 27 ເມສາ 2020 ໂດຍເຫັນດີໃຫ້ສະມາຄົມການສຶກສາພາກເອກະຊົນ ໄປປຶກສາຫາຫຼືກັບບັນດາຜູ້ປະກອບການສະຖາບັນການສຶກສາພາກເອກະຊົນ ເພື່ອປະສານສົມທົບກັບພໍ່ແມ່ຜູ້ປົກຄອງ ແລະ ຄູ-ອາຈານ ເພື່ອຫາທາງອອກທີ່ເໝາະສົມຮ່ວມກັນຕາມແຕ່ລະກໍລະນີ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...