Homeຂ່າວທ້ອງຖິ່ນສຳເລັດການຂຸດເຈາະອຸມົງກຸລົງ ໂຄງການລົດໄຟລາວ-ຈີນ ຢູ່ເເຂວງ ອຸດົມໄຊ

ສຳເລັດການຂຸດເຈາະອຸມົງກຸລົງ ໂຄງການລົດໄຟລາວ-ຈີນ ຢູ່ເເຂວງ ອຸດົມໄຊ

Published on

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ໂຄງການກໍ່ສ້າງອຸມົງກຸລົງໂຄງການລົດໄຟລາວ-ຈີນ ໄດ້ເຈາະທະລຸເເລ້ວ ໃນວັນທີ 29 ເມສາ 2020, ສຳເລັດກ່ອນເເຜນການ 43 ມື້ ພາຍຫຼັງດຳເນີນການກໍ່ສ້າງມາເເຕ່ເດືອນມີນາ 2017. ອຸມົງດັ່ງກ່າວ ເປັນອຸມົງທີ່ມີຄວາມຍາວອັນດັບສາມຂອງໂຄງການລົດໄຟ ລາວ-ຈີນ, ຍາວ 9.020 ເເມັດ, ຢູ່ບ້ານ ກຸລົງ ເມືອງ ນາໝໍ້, ເເຂວງ ອຸດົມໄຊ.

ຜູ້ຮັບຜິດຊອບຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະການເເຜ່ລະບາດຂອງເຊື້ອໄວຣັດໂຄວິດ-19, ບໍລິສັດ ໄດ້ຂະຫຍາຍທີມງານຮັບຜິດຊອບວຽກງານກໍ່ສ້າງ ເເລະ ວຽກງານສະກັດກັ້ນ, ຄວບຄຸມການເເຜ່ລະບາດຂອງເຊື້ອພະຍາດ ພາຍໃຕ້ເງື່ອນໄຂມາດຕະການປ້ອງກັນ, ສະກັດກັ້ນ ເເລະ ຄວບຄຸມເຊື້ອພະຍາດດັ່ງກ່າວ, ເຊິ່ງບໍລິສັດໄດ້ສຸມໃສ່ເຮັດວຽກທັງເວັນທັງຄືນ, ເພີ່ມທະວີຄຸນນະພາບຄວາມປອດໄພ, ເຮັດໃຫ້ໂຄງການສາມາດດໍາເນີນການເປັນປົກກະຕິ ເເລະ ສຳເລັດຕາມເເຜນການ ມາຮອດວັນທີ 27 ມີນາ 2020 ໂຄງການລົດໄຟລາວ-ຈີນ ໄດ້ເລີ່ມດຳ ເນີນການປູລາງລົດໄຟຢ່າງເປັນທາງການ ເເລະ ເສັ້ນທາງລົດໄຟ ຈີນ-ລາວ ຢູ່ເບື້ອງຈີນ ເເມ່ນໄດ້ເລີ່ມດຳເນີນການປູລາງໃນວັນທີ 7 ເມສາ, ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ໂຄງການທາງລົດໄຟລາວ-ຈີນ ໃຫ້ສາມາດເປິດບໍລິການໄດ້ໃນ ປີ 2021.

ໂຄງການທາງລົດໄຟລາວ-ຈີນ ເປັນເສັ້ນທາງເຊື່ອມຈອດ ຄຸນໝີງ ສປ ຈີນ ເເລະ ນະຄອນຫລວງວຽງຈັນ ສປປ ລາວ, ເປັນໂຄງການສັນຍາລັກແຫ່ງ “ໜຶ່ງເເລວ, ໜຶ່ງເສັ້ນທາງ”, ມິດຕະພາບລາວ-ຈີນ.

ພາຍຫລັງການກໍ່ສ້າງສຳເລັດ ຈະເປັນເເຮງຊ່ວຍໃນການເພີ່ມທະວີການພົວພັນ ລະຫວ່າງ ປະຊາຊົນສອງປະເທດ ລາວ-ຈີນ, ຈີນ-ລາວ ແລະ ມີຄວາມໝາຍຄວາມສຳຄັນຕໍ່ນະໂຍບາຍ “ໜຶ່ງເເລວ, ໜຶ່ງເສັ້ນທາງ” ເເລະ ຍຸດທະສາດ “ການຫັນປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ມີທາງເຊື່ອມຈອດ”.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...