spot_img
Home​ຂ່າວທ່ອງທ່ຽວໂຄວິດ-19 ກະທົບທ່ອງທ່ຽວລາວ! 3 ເດືອນຕົ້ນປີ ນັກທ່ອງທ່ຽວຫຼຸດລົງເຖິງ 17%

ໂຄວິດ-19 ກະທົບທ່ອງທ່ຽວລາວ! 3 ເດືອນຕົ້ນປີ ນັກທ່ອງທ່ຽວຫຼຸດລົງເຖິງ 17%

Published on

ສະພາບການແຜ່ລະບາດຂອງໄວຣັດໂຄວິດ-19 ທົ່ວໂລກຍັງຢູ່ໃນຂັ້ນໜ້າເປັນຫ່ວງ ໂດຍສະເພາະຂະແໜງການທ່ອງທ່ຽວ ບັນດາກິດຈະກໍາການທ່ອງທ່ຽວ ແລະ ວັດທະນະທໍາທັງໝົດ ຍັງໄດ້ຖືກໂຈະ ແລະ ເລື່ອນການຈັດຕັ້ງປະຕິບັດອອກໄປ ເຊັ່ນ: ການປະກາດມໍລະດົກໂລກ ທົ່ງໄຫຫີນຊຽງຂວາງ, ບຸນປີໃໝ່ລາວ ແລະ ບຸນປະເພນີອື່ນໆ. ມາຮອດປັດຈຸບັນ ຖືວ່າບໍ່ມີນັກທ່ອງທ່ຽວ ແລະ ຄາດວ່າສະຖານະການທີ່ຮ້າຍແຮງນີ້ ຍັງຄົງຈະສືບຕໍ່ໄປອີກໄລຍະໜຶ່ງ.

ໃນໄລຍະ 3 ເດືອນຕົ້ນປີ 2020 ຈຳນວນນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ຫລຸດລົງເຖິງ 17% ຖ້າທຽບໃສ່ ໄລຍະດຽວກັນຂອງປີ 2019 ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ ຈໍານວນ 1 ລ້ານກວ່າຄົນ, ຂະນະທີ່ປີ 2020 ມີພຽງແຕ່ 886.000 ກວ່າຄົນ.

ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ໃນກອງປະຊຸມທາງໄກຜ່ານວິດີໂອ ສະໄໝພິເສດລັດຖະມົນຕີທ່ອງທ່ຽວອາຊຽນ ວັນທີ 29 ເມສາ 2020 ນີ້ວ່າ: ສະເພາະ ສປປ ລາວ ຫົວໜ່ວຍທຸລະກິດທ່ອງທ່ຽວ ໄດ້ຮັບຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້ ເປັນຕົ້ນແມ່ນ ໂຮງແຮມ ຈໍານວນ 637 ແຫ່ງ; ຣີສອດ, ເຮືອນພັກ 2.283 ແຫ່ງ; ຫ້ອງນອນ 55.000 ກວ່າຫ້ອງ, ບໍລິສັດທ່ອງທ່ຽວ 539 ແຫ່ງ, ບໍລິສັດທ່ອງທ່ຽວ 36 ແຫ່ງ, ສະຖານທີ່ທ່ອງທ່ຽວ 809 ແຫ່ງ ແລະ ເຄື່ອຂ່າຍສະໜອງການທ່ອງທ່ຽວອື່ນໆ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ.

ທ່ານ ກິແກ້ວ ໄຂຄໍາພິທູນ ຍັງກ່າວອີກວ່າ: ສປປ ລາວ ເຫັນດີເປັນເອກະພາບໃນລະດັບສູງ ຕໍ່ມາດຕະການ, ກົນໄກການຈັດຕັ້ງ ປະຕິບັດເພື່ອຕອບໂຕ້ຕໍ່ເຊື້ອພະຍາດໂຄວິດ-19 ແລະ ຖະແຫຼງການຮ່ວມຂອງລັດຖະມົນຕີທ່ອງທ່ຽວອາຊຽນ ວ່າດ້ວຍການເພີ່ມທະວີການຮ່ວມມື ເພື່ອຟື້ນຟູການທ່ອງທ່ຽວອາຊຽນ ແລະ ສະເໜີໃຫ້ບັນດາທ່ານ ຫົວໜ້າເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ສືບຕໍ່ຮ່ວມມືກັນ ຜັນຂະຫຍາຍຂໍ້ສະເໜີຕ່າງໆ ໃນກອງປະຊຸມນີ້ ໃຫ້ເປັນແຜນການຈັດຕັ້ງປະຕິບັດຕົວຈິງໂດຍໄວ ແລະ ໃຫ້ມີການຈັດຕັ້ງປະຕິບັດທີ່ເປັນຮູບປະທໍາ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...