Homeຂ່າວຕ່າງປະເທດໝໍເຢຍລະມັນພາກັນເປືອຍກາຍ! ປະທ້ວງບັນຫາຂາດແຄນອຸປະກອນປ້ອງກັນ

ໝໍເຢຍລະມັນພາກັນເປືອຍກາຍ! ປະທ້ວງບັນຫາຂາດແຄນອຸປະກອນປ້ອງກັນ

Published on

ວັນທີ 27 ເມສາ ສຳນັກຂ່າວ Mirror ລາຍງານເຖິງກະແສການປະທ້ວງຂອງບຸກຄະລາກອນການແພດໃນປະເທດ ເຢຍລະມັນ ຫຼັງຈາກທ່ານໝໍຫຼາຍຄົນຮ່ວມຖ່າຍຮູບເປືອຍໃນແຄັມເປນ “Blanke Bedenken” ເຊິ່ງມີຄວາມໝາຍວ່າ “ເປືອຍຄວາມບໍ່ສະບາຍໃຈ” ໃນພາສາເຢຍລະມັນ ເພື່ອຮຽກຮ້ອງໃຫ້ລັດຖະບານຟ້າວດຳເນີນການຈັດຫາຊຸດອຸປະກອນປ້ອງກັນສ່ວນບຸກຄົນ (PPE) ເຊິ່ງຂາດແຄນຢ່າງໜັກ ແລະເຮັດໃຫ້ເຈົ້າໜ້າທີ່ທາງການແພດຈຳນວນຫຼາຍຕ້ອງສ່ຽງຊີວິດໃນລະຫວ່າງປະຕິບັດໜ້າທີ່ຮັກສາຜູ້ປ່ວຍພະຍາດໂຄວິດ-19

ຮູບພາບຈາກ blankebedenken.org

ລາຍງານລະບຸວ່າ ໝໍ ພະຍາບານ ແລະ ເຈົ້າໜ້າທີ່ການແພດຮຽກຮ້ອງຂໍໃຫ້ລັດຖະບານຈັດຫາຊຸດ PPE ຄອບຄຸມທັ້ງໜ້າກາກອະນາໄມ ແລະ ເສື້ອຄຸມສຳຫຼັບປະຕິບັດການໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ເປັນເວລາຫຼາຍເດືອນນັບຕັ້ງແຕ່ສະຖານະການໄວຣັສໃນປະເທດເລີ່ມວິກິດ ແລະ ມີກໍລະນີຕິດເຊື້ອເພີ່ມຂຶ້ນຢ່າງເນື່ອງ ແຕ່ທາງການກັບລະເລີຍ.

ຄຳຖະແຫຼງຈາກແຄມເປນດັ່ງກ່າວລະບຸວ່າ ໃນຊ່ວງທີ່ສະຖານະການວິກິດ ເຮົາຖືກປ່ອຍໃຫ້ສູ້ພຽງລຳພັງມາດົນແລ້ວ ແລະ ເພື່ອດູແລຄົນປ່ວຍ ແມ້ຈະຂາດແຄນອຸປະກອນປ້ອງກັນ ເຮົາຈຳເປັນຕ້ອງຊ່ວຍເຫຼືອຕົວເຮົາເອງ ເຮົາເຮັດໜ້າກາກປ້ອງກັນ ຫຍິບໜ້າການອະນາໄມ ແລະ ຕັດຫຍິບຊຸດຄຸມ.

ທ່ານໝໍ ຮູເບັນ ເບີນໍ (Ruben Bernau) ໜຶ່ງໃນແພດທີ່ຮ່ວມແຄັມເປນກ່າວວ່າ ການເປືອຍກາຍເປັນສັນຍາລັກທີ່ສະແດງໃຫ້ເຫັນວ່າບຸກຄະລາກອນທາງການແພດມີຄວາມສ່ຽງຫຼາຍເທົ່າໃດ ຫາກຕ້ອງເຮັດວຽກໂດຍບໍ່ມີຊຸດອຸປະກອນປ້ອງກັນ, ສ່ວນດ້ານແພດຍິງ ຍານາ ຮຸສແມນ (Jana Husemann) ລະບຸວ່າໝໍທຸກຄົນຕ້ອງການຮັກສາ ແລະ ກວດຜູ້ປ່ວຍຢ່າງໃກ້ຊິດ ເຊິ່ງການຈະປະຕິບັດໜ້າທີ່ໄດ້ເຕັມຄວາມສາມາດ ແພດ ພະຍາບານ ແລະ ທຸກຄົນທີ່ກ່ຽວຂ້ອງຈຳເປັນຕ້ອງໃສ່ອຸປະກອນປ້ອງກັນ.

ທ່ານໝໍ ພາຣັດ ປັນກາເນຍ (Bharat Pankhania) ຜູ້ຊ່ຽວຊານດ້ານພະຍາດຕິດຕໍ່ ກ່າວວ່າ ເຖິງວ່າໂຮງໝໍຈະມີການຂ້າເຊື້ອຕະຫຼອດເວລາ ແຕ່ໂຮງໝໍກໍ່ເປັນສະຖານທີທີ່ມີເຊື້ອສະສົມຕະຫຼອດເວລາເຊັ່ນກັນ ບຸກຄະລາກອນການແພດຈຶ່ງຄືຢູ່ໃນສະໜາມຮົບ ບໍ່ວ່າຈະປ້ອງດີເທົ່າໃດກໍ່ອາດຈະຖືກຍິງໄດ້ເຊັ່ນກັນ.

ຮູບພາບຈາກ blankebedenken.org

ກ່ອນໜ້ານີ້ ທ່ານ ອັນເດຼຍ ຈີເຊວ (Andreas Geisel) ລັດຖະມົນຕີກະຊວງກິດຈະກຳພາຍໃນຂອງນະຄອນຫຼວງເບີລິນ ຖະແຫຼງປະນາມລັດຖະບານສະຫະລັດອາເມລິກາວ່າເປັນໂຈນສະລັດຍຸກໃໝ່ ຫຼັງຈາກທີ່ໜ້າກາກອະນາໄມຈຳນວນ 200,000 ອັນ ທີ່ສຳນັກງານຕຳຫຼວດນະຄອນຫຼວງເບີລິນສັ່ງຊື້ ຮ່ວມເຖິງຊຳລະຄ່າສິນຄ້າໃຫ້ກັບບໍລິສັດ 3M ຜູ້ຜະລິດຂອງອາເມລິກາ ຖືກຍຶດລະຫວ່າງຫຼັງສົ່ງຈາກຈີນ ຕົ້ນທາງໂຮງງານຜະລິດ ມາຍັງສະໜາມບິນໃນບາງກອກ ປະເທດ ໄທ ກ່ອນຕີກັບໄປອາເມລິກາ ແຕ່ບໍ່ມີລາຍງານເພີ່ມເຕີມວ່າທາງການເຢຍລະມັນ ຈັດຫາຊື້ໜ້າກາກ ແລະ ຊຸດອຸປະກອນປ້ອງກັນຈາກແຫຼ່ງໃໝ່ສຳຫຼັບບຸກຄະລາກອນການແພດໃນປະເທດຫຼືບໍ່.

ຮຽບຮຽງໂດຍ: ວະນິດາ

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...