spot_img
Homeຂ່າວທ້ອງຖິ່ນລັດແຈ້ງໃຫ້ທົ່ວປະເທດ ກະກຽມສູນກັກກັນຕົວຜູ້ທີ່ເດີນທາງມາຈາກຕ່າງປະເທດ

ລັດແຈ້ງໃຫ້ທົ່ວປະເທດ ກະກຽມສູນກັກກັນຕົວຜູ້ທີ່ເດີນທາງມາຈາກຕ່າງປະເທດ

Published on

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການໃນວັນທີ 24 ເມສາ 2020 ກ່ຽວກັບການກະກຽມສູນກັກຕົວຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຈາກຕ່າງປະເທດຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ.

ເພື່ອສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ປ້ອງກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ແລະ ເພື່ອຮອງຮັບໃຫ້ແກ່ຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຈາກຕ່າງປະເທດ ໃນໄລຍະການແຜ່ລະບາດຂອງໂຄວິດ-19 ກອງປະຊຸມລັດຖະບານໄດ້ຊີ້ນຳໃຫ້ຄະນະສະເພາະກິດ, ບັນດາກະຊວງທີ່ກ່ຽວຂ້ອງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ຈັດຕັ້ງປະຕິບັດວຽກງານຮີບດ່ວນດັ່ງນີ້:

  1. ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຮີບຮ້ອນກະກຽມສະຖານທີ່ກັກກັກຕົວ ຜູ້ທີ່ເດີນທາງມາຈາກຕ່າງປະເທດ ແລະ ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ໂດຍສອດຄ່ອງກັບເງື່ອນໄຂ ແລະ ມາດຕະຖານຂອງສະຖານທີ່ກັກກັນຕົວ ທີ່ຄະນະສະເພາະກິດໄດ້ວາງອອກ. ສຳລັບງົບປະມານໃຊ້ຈ່າຍໃນການກະກຽມສະຖານທີ່ ແລະ ຮອງຮັບຜູ້ຖືກກັກກັນ ລວມທັງກິນ, ຢູ່ພັກ-ເຊົາ ແມ່ນໃຫ້ນະຄອນຫລວງ ແລະ ບັນດາແຂວງຮັບຜິດຊອບ.
  2. ສຳລັບສະຖານທີ່ກັກກັນຕົວ ຢູ່ນະຄອນຫລວງວຽງຈັນ ແລະ ແຂວງຈຳປາສັກ ຖືກກຳນົດໃຫ້ເປັນບ່ອນທີ່ຮັບເອົາ ຜູ້ໄດ້ຮັບອະນຸຍາດເດີນທາງມາຈາກຕ່າງປະເທດ ເພື່ອກວດຫາເຊື້ອພະຍາດກ່ອນ ຖ້າຜົນກວດເປັນບວກ ໃຫ້ສົ່ງເຂົ້າໂຮງໝໍ ເພື່ອຮັບການປິ່ນປົວ, ຖ້າຜົນກວດເປັນລົບ ໃຫ້ສືບຕໍ່ກັກກັນຕົວ ແລະ ຕິດຕາມອາການຈົນຄົບ 14 ວັນ.
  3. ສ່ວນຜູ້ທີ່ຢູ່ແຂວງອື່ນໆ ໃຫ້ຈັດສົ່ງໄປສືບຕໍ່ກັກກັນຕົວຈົນຄົບ 14 ວັນ ຢູ່ສະຖານທີ່ກັກກັນຕົວຢູ່ແຂວງທີ່ກ່ຽວຂ້ອງ ແລະ ຫ້າມເດັດຂາດ ບໍ່ໃຫ້ກັກກັນຕົວຢູ່ເຮືອນ.
  4. ໃຫ້ຄະນະສະເພາະກິດ ຮີບຮ້ອນກຳນົດ ເງື່ອນໄຂ ແລະ ມາດຕະຖານທີ່ກັກຕົວ ແລະ ລົງໄປແນະນຳ ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຈັດຕັ້ງປະຕິບັດໃຫ້ເປັນເອກະພາບ.
  5. ໃຫ້ຄະນະສະເພາະກິດ ສົມທົບກັບທ້ອງຖິ່ນທີ່ກ່ຽວຂ້ອງ ຄົ້ນຄວ້າກຳນົດໂຮງແຮມ ທີ່ຈະເປັນບ່ອນກັກກັນຕົວ ແລະ ຕິດຕາມອາການສຳລັບຊ່ຽວຊານ ຫລື ຄົນຕ່າງປະເທດ ທີ່ຈະເຂົ້າມາ ສປປ ລາວ ໂດຍຄ່າໃຊ້ຈ່າຍໃນການກັກຕົວດັ່ງກ່າວ ແມ່ນໃຫ້ເຂົາເຈົ້າເປັນຜູ້ຮັບຜິດຊອບເອງ.

 

ຮຽບຮຽງຂ່າວ:​ ພຸດສະດີ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...