Homeຂ່າວທ້ອງຖິ່ນພາກທຸລະກິດທີ່ຈະດໍາເນີນກິດຈະການໃນໄລຍະນີ້ຕ້ອງຮັບປະກັນໃນການຕ້ານໂຄວິດ-19

ພາກທຸລະກິດທີ່ຈະດໍາເນີນກິດຈະການໃນໄລຍະນີ້ຕ້ອງຮັບປະກັນໃນການຕ້ານໂຄວິດ-19

Published on

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການແນະນໍາເມື່ອວັນທີ 21 ເມສາ 2020 ທີ່ຜ່ານມາ ເຖິງ ບັນດາໂຄງການ, ບໍລິສັດ ແລະ ໂຮງງານ ທີ່ຈໍາເປັນຕ້ອງໄດ້ເປີດກິດຈະການ ຫຼື ດໍາເນີນທຸລະກິດ ແມ່ນໃຫ້ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ.

ບັນດາເງື່ອນໄຂປະກອບມີ: ໂຄງການ, ບໍລິສັດ ແລະ ໂຮງງານຕ້ອງມີພື້ນທີ່ເຮັດວຽກເປັນຂອບເຂດສະເພາະ (ມີບ່ອນເຮັດວຽກ, ບ່ອນພັກເຊົາໃນຂອບເຂດສະເພາະໄດ້ມາດຕະຖານໃຫ້ພະນັກງານ-ກໍາມະກອນຢ່າງພຽງພໍ), ມີສະຖານທີ່ເຮັດວຽກ, ຫ້ອງອາຫານ ແລະ ທີ່ພັກບໍ່ແອອັດ ແລະ ຮັບປະກັນໄລຍະຫ່າງກັນ 1 ແມັດ, ມີລົດຮັບສົ່ງພະນັກງານ-ກໍາມະກອນ, ມີນໍ້າສະອາດເພື່ອນໍາໃຊ້ຢ່າງພຽງພໍ ຕະຫຼອດ 24 ຊົ່ວໂມງ ມີບ່ອນລ້າງມື ພ້ອມທັງສະບູ, ເຈວລ້າງມື ແລະ ຜ້າອັດດັງ-ປາກໃຫ້ພຽງພໍ ສໍາລັບພະນັກງານ-ກໍາມະກອນທຸກໆຄົນ, ມີເຈົ້າໜ້າທີ່ຮັກສາເວນຍາມຕະຫຼອດ 24 ຊົ່ວໂມງ ເພື່ອກວດກາຄົນ, ມີໜ່ວຍງານອະນາໄມກໍາຈັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອທີ່ອາດສ່ຽງຕໍ່ການຕິດເຊື້ອພະຍາດ, ມີການອໍານວຍຄວາມສະດວກໃຫ້ແກ່ທີມແພດ ເຂົ້າໄປຕິດຕາມກວດກາ ເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດໂຄວິດ-19 ໃນແຕ່ລະໄລຍະ.

ສຳລັບໂຄງການ, ບໍລິສັດ ແລະ ໂຮງງານຕ້ອງໄດ້ຮັບການກວດກາ ຮັບຮອງ ຈາກໜ່ວຍງານກ່ຽວຂ້ອງຂອງ ຄະນະສະເພາະກິດ ເພື່ອຕ້ານ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19  ແລະ ຕ້ອງໄດ້ເຮັດສັນຍາ ຫຼື ບົດບັນທຶກຄັກແນ່ ໂດຍມອບໃຫ້ໂຄງການ, ບໍລິສັດ ແລະ ໂຮງງານຮັບຜິດຊອບທັງໝົດຕໍ່ເຫດການລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢູ່ໃນບໍລິສັດທີ່ຕົນຮັບຜິດຊອບພຽງຜູ້ດຽວ ໃນນີ້ລວມທັງ ລາຍຈ່າຍຕ່າງໆທີ່ອາດຈະເກີດຂຶ້ນ, ຖ້າບໍ່ປະຕິບັດຕາມເງື່ອນໄຂ ແລະ ມາດຕະການທີ່ບັນທຶກກັນໄວ້ ໂຄງການ, ບໍລິສັດ ແລະ ໂຮງງານແມ່ນຈະຖືກຕັກເຕືອນ ຖ້າບໍ່ມີການແກ້ໄຂຮີບດ່ວນ ແມ່ນຈະຖືກສັ່ງໂຈະ ຫຼື ປັບໃໝ ແລະ ດໍາເນີນການຕາມລະບຽບກົດໝາຍຂອງ ສປປ ລາວ.

 

ຮຽບຮຽງຂ່າວ: ພຸດສະດີ
ແຫຼ່ງຂໍ້ມູນ: ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...