Homeນານາສາລະ7 ອາຊີບສ້າງງານສ້າງລາຍຮັບໃນໄລຍະວິກິດໂຄວິດ-19

7 ອາຊີບສ້າງງານສ້າງລາຍຮັບໃນໄລຍະວິກິດໂຄວິດ-19

Published on

ທ່າມກາງສະຖານະການໂຄວິດ-19 ທີ່ກຳລັງລະບາດຢ່າງຕໍ່ເນື່ອງໃນຂະນະນີ້ ຫຼາຍບໍລິສັດ,​ ຫ້າງຮ້ານຕ່າງໆຕ້ອງປິດຊົ່ວຄາວເພື່ອສະກັດກັ້ນການແຜ່ລະບາດ ບາງຜູ້ປະກອບການໃຫ້ພະນັກງານເຮັດວຽກຢູ່ເຮືອນແທນ, ມີຄົນຈຳນວນຫຼາຍເດືອດຮ້ອນ ບາງຄົນຕົກງານເພາະຖືກເລີກຈ້າງ, ບາງຄົນຖືກຫຼຸດເງິນເດືອນລົງເພາະຜູ້ປະກອບການບໍ່ມີລາຍຮັບໃນຊ່ວງໂຄວິດ-19 ຫຼື ບາງຄົນອາດບໍ່ໄດ້ຮັບເງິນເດືອນໃນຊ່ວງພັກວຽກ ຖ້າຕອນນີ້ທ່ານຕ້ອງການຫາອາຊີບເພື່ອສ້າງລາຍຮັບ ວັນນີ້ລາວໂພສຈະມາສະເໜີອາຊີບທີ່ສ້າງງານ ສ້າງລາຍຮັບໃຫ້ກັບທ່ານໄດ້ໃນຍາມວິກິດແບບນີ້:

  1. ຂາຍເຄື່ອງອອນລາຍ: ໃນໄລຍະນີ້ແມ່ນຫ້າມພົບປະຜູ້ຄົນເພາະຈະສ່ຽງຕໍ່ການແຜ່ເຊື້ອ ແລະ ຕິດເຊື້ອ. ດັ່ງນັ້ນ, ການຂາຍເຄື່ອງອອນລາຍເຊັ່ນ: ການຂາຍເຈລລ້າງມື, ຜ້າປິດປາກ-ດັງ, ອາຫານແຫ້ງ ຫຼື ສິ່ງຂອງຈຳເປັນ ແມ່ນຈະໄດ້ຂາຍດີໃນໄລຍະນີ້ ເພາະຄົນສ່ວນຫຼາຍແມ່ນບໍ່ກ້າອອກເຮືອນໄປຈັບຈ່າຍຊື້ເຄື່ອງຄືກັບເວລາປກກະຕິ.
  2. ຫຍິບຜ້າປິດປາກ-ດັງຂາຍ: ໃນໄລຍະໂຄວິດ-19 ໃຜທີ່ມີຄວາມຮູ້ເລື່ອງການຫຍິບຜ້າ ຫຼື ເຮັດອາຊີບຕັດເຄື່ອງຢູ່ແລ້ວໃນໄລຍະນີ້ອາດຈະບໍ່ໄດ້ຕັດເຄື່ອງນຸ່ງຮົ່ມ ການຕັດຫຍິບຜ້າປິດປາກ-ດັງຂາຍກໍ່ຖືເປັນທາງເລືອກທີ່ດີສຳລັບຕອນນີ້.
  3. ຮັບຈ້າງຂົນສົ່ງອາຫານ ແລະ ສິ່ງຂອງຕ່າງໆ: ມີຄົນຈຳນວນຫຼາຍທີ່ບໍ່ກ້າອອກເຮືອນ ເພາະຢ້ານຕິດໂຣກ ກໍ່ມັກຈະເລືອກໃຊ້ບໍລິການຂົນສົ່ງ ຫຼື Delivery ເພາະສະດວກສະບາຍ ທັນໃຈ ແລະ ປອດໄພຈາກການຕິດໄວຣັດ ນີ້ຈຶ່ງເປັນອາຊີບໜຶ່ງທີ່ໜ້າສົນໃຈໃນເວລານີ້.
  4. ຮັບສອນພິເສດທາງອອນລາຍ: ຄົນທີ່ມີຄວາມຮູ້ດ້ານພາສາຕ່າງປະເທດ ຫຼື ດ້ານອື່ນໆ ກໍ່ລອງເປີດການຮຽນ-ການສອນທາງອອນລາຍ ເນື່ອງຈາກໄລຍະນີ້ຄົນບໍ່ສາມາດໄປຮຽນໃນສະຖາບັນໄດ້ເນື່ອງຈາກປ້ອງກັນການລະບາດຂອງໄວຣັດ ສະນັ້ນ, ການຮຽນຜ່ານທາງອອນລາຍຈຶ່ງເປັນອີກທາງເລືອກໜຶ່ງສຳລັບຜູ້ທີ່ຕ້ອງການເພີ່ມຄວາມຮູ້.
  5. ຮັບເຮັດງານຟຣີແລນຊ໌ ເຊັ່ນ: ງານຕັດຕໍ່, ອອກແບບ, ງານຂຽນຄອນເທັນອອນລາຍ ຫຼື ງານຕ່າງໆ ທີ່ຕົນເອງຖະນັດ ເພາະການຮັບເນັດງານພວກນີ້ ນອກຈາກຈະບໍ່ປ່ອຍເວລາໃຫ້ຜ່ານໄປລ້າແລ້ວຍັງສ້າງລາຍຮັບຂອງທ່ານໄດ້ອີກດ້ວຍ.
  6. ຮັບງານຣີວິວສິນຄ້າ: ຫາກວ່າທ່ານເປັນຄົນໜຶ່ງທີ່ມີຄວາມກ້າ ແລະ ມີທັກສະການຂາຍ ແຕ່ບໍ່ມີທຶນ ອາຊີບຮັບຣີວິວສິນຄ້າເປັນອີກທາງເລືອກໜຶ່ງທີ່ໜ້າສົນໃຈ ເພາະນອກຈາກຈະຊ່ວຍຜູ້ປະກອບການສ້າງລາຍຮັບໄດ້ແລ້ວ ທ່ານເອງກໍ່ຈະມີງານເຮັດ ມີລາຍຮັບກັບການຣີວິວສິນຄ້າໃນແຕ່ລະຄັ້ງເຊັ່ນດຽວກັນ.
  7. ປູກຝັງ-ລ້ຽງສັດ: ສຳລັບຄົນທີ່ມີເນື້ອທີ່ດິນ ພໍເຮັດສວນ ຫຼື ລ້ຽງສັດ ມັນເຖິງເວລາແລ້ວທີ່ຕ້ອງນຳໃຊ້ເນື້ອທີ່ດິນເປົ່າວ່າງທີ່ທ່ານມີໃຫ້ເກີດປະໂຫຍດ ເນື່ອງຈາກວ່າອາຫານການກິນເປັນສິ່ງທີ່ຄົນເຮົາຕ້ອງການ ສຳລັບອາຊີບນີ້ແມ່ນເປັນອາຊີບທີ່ໝັ້ນຄົງບໍ່ວ່າຈະເປັນຊ່ວງໄລຍະເວລາໃດມັນກໍ່ສ້າງລາຍຮັບເຮັດໃຫ້ທ່ານມີຢູ່ມີກິນໄດ້ສະເໝີ.

 

 

ບົດໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...