Homeຂ່າວຕ່າງປະເທດການຄ້າໂລກເປັນຫ່ວງໂຄວິດ-19 ກະທົບເສດຖະກິດໂລກຮຸນແຮງທີ່ສຸດ

ການຄ້າໂລກເປັນຫ່ວງໂຄວິດ-19 ກະທົບເສດຖະກິດໂລກຮຸນແຮງທີ່ສຸດ

Published on

ທ່ານ ໂຣແບຣ໌ຕູ ເອເຊເວດູ ເລຂາທິການອົງການການຄ້າໂລກ (WTO) ເປີດເຜີຍວ່າ ປະລິມານການຄ້າໂລກໃນປີນີ້ຈະຫຼຸດລົງເຖິງ 1 ໃນ 3 ເນື່ອງຈາກການແຜ່ລະບາດຂອງໄວຣັດສາຍພັນໃໝ່ ຫຼື ໂຄວິດ-19 ພ້ອມກັບເຕືອນວ່າໂລກກຳລັງປະເຊີນໜ້າກັບພາວະເສດຖະກິດຖອຍຫຼັງຄັ້ງຮ້າຍແຮງທີ່ສຸດ.

ທ່ານ ອາເຊເວດູ ຄາດການວ່າ ການຄ້າໂລກໃນປີ 2020 ນີ້ ຈະຫຼຸດລົງທັນທີ ໃນທຸກພູມິພາກທົ່ວໂລກ ແລະ ເປັນການຫຼຸດລົງໃນທຸກຂະແໜງການ ພ້ອມກັບຍອມຮັບວ່າມີຄວາມບໍ່ແນ່ນອນຫຼາຍຢ່າງກ່ຽວກັບວິກິດເສດຖະກິດທີ່ຈະເກີດຂຶ້ນເນື່ອງຈາກການແຜ່ລະບາດຂອງໄວຣັດໂຄວິດ-19.

ອົງການການຄ້າໂລກປະເມີນຄວາມເປັນໄປໄດ້ໃນ 2 ກໍລະນີ ເຊິ່ງກໍ່ຂຶ້ນກັບໄລຍະຄວາມໄວຂອງການເອົາຊະນະໂຣກລະບາດ ລວມເຖິງມາດຕະການຕ່າງໆຂອງລັດຖະບານແຕ່ລະປະເທດ ເພື່ອນຳມາໃຊ້ຫຼຸດຜົນກະທົບທີ່ຈະເກີດຂຶ້ນ ໂດຍການປະເມີນສະຖານະການໃນແງ່ບວກ. ນັກເສດຖະສາດຂອງອົງການການຄ້າໂລກຊີ້ໃຫ້ເຫັນວ່າ ປະລິມານການຄ້າໂລກໃນປີນີຈະຫຼຸດລົງ 13% ເມື່ອທຽບກັບປີທີ່ຜ່ານມາ ແລະ ເສດຖະກິດຈະສາມາດຟື້ນຕົວໄດ້ຊ່ວງໄລຍະຕົ້ນປີໜ້າ, ແຕ່ນອກເໜືອຈາກ 2 ປັດໄຈທີ່ລະບຸໄວ້ເບື້ອງຕົ້ນນັ້ນ ກໍ່ຕ້ອງຂຶ້ນກັບສະພາບລວມຂອງເສດຖະກິດວ່າຈະຕົກຕໍ່າໜັກພຽງໃດ.

ສ່ວນກໍລະນີຂອງການປະເມີນສະຖານະການໃນແງ່ລົບຄື: ຖ້າບໍ່ສາມາດຄວບຄຸມການລະບາດໄດ້ ແລະ ລັດຖະບານລົ້ມເຫຼວໃນການດຳເນີນນະໂຍບາຍເພື່ອຕອບສະໜອງກັບວິກິດການທີ່ເກີດຂຶ້ນ ການຄ້າໂລກຈະຫຼຸດລົງໄປເຖິງ 32% ຫຼື ຫຼາຍກວ່ານັ້ນ. ພູມິພາກທີ່ຈະໄດ້ຮັບຜົນກະທົບຫຼາຍທີ່ສຸດຄື ທະວີບ ອາເມລິກາເໜືອ ແລະ ອາຊີ ເຊິ່ງມີປະລິມານການສົ່ງອອກຈະຫຼຸດລົງ 40% ແລະ 36% ຕາມລຳດັບ ໃນຂະນະທີ່ທະວີບເອີຣົບ ແລະ ອາເມລິກາໃຕ້ປະລິມານການສົ່ງອອກກໍ່ຈະຫຼຸດລົງຫຼາຍກວ່າ 30%.

ທ່ານ ອາເຊເວດູ ກ່າວຕື່ມອີກວ່າ ການຖອຍຫຼັງຂອງເສດຖະກິດໂລກໃນຄັ້ງນີ້ ອາດເປັນການຖອຍຫຼັງໃຫຍ່ທີ່ສຸດທີ່ເຄີຍມີມາ ພ້ອມກັບຮຽກຮ້ອງໃຫ້ລັດຖະບານຂອງແຕ່ລະປະເທດ ພະຍາຍາມໃຊ້ທຸກວິທີທາງເພື່ອຮັກສາການເຕີບໂຕຂອງເສດຖະກິດ ແລະ ພິກຟື້ນສະຖານະການ ໂດຍປະເທດຕ່າງໆ ຈະຕ້ອງຮັບປະກັນໃຫ້ເກີດການຟື້ນຕົວຢ່າງໄວວາ ແລະ ມີປະສິດທິພາບຜ່ານຄວາມຮ່ວມມືໃນລະດັບໂລກຕໍ່ໄປ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...