Homeຂ່າວຕ່າງປະເທດມາກ ຊັກເຄີເບີກ ຜູ້ກໍ່ຕັ້ງເຟສບຸກພ້ອມດ້ວຍພັນລະຍາ ບໍລິຈາກ 25 ລ້ານໂດລາສູ້ອີໂບລາ

ມາກ ຊັກເຄີເບີກ ຜູ້ກໍ່ຕັ້ງເຟສບຸກພ້ອມດ້ວຍພັນລະຍາ ບໍລິຈາກ 25 ລ້ານໂດລາສູ້ອີໂບລາ

Published on

priscilla-chan-mark-zuckerberg-crystal-digest

 

ມາກ ຊັກເຄີເບີກ ຜູ້ກໍ່ຕັ້ງເຟສບຸກ ພ້ອມດ້ວຍພັນລະຍາ ບໍລິຈາກເງິນ 25 ລ້ານໂດລາ ສະໜັບສະໜູນການຕໍ່ສູ້ຕ້ານ

ການລະບາດຂອງພະຍາດອີໂບລາ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ຕຸລານີ້ວ່າ ມາກ ຊັກເຄີເບີກ ຜູ້ກໍ່ຕັ້ງເຟສບຸກ ອາຍຸ 30 ປີ ແລະ ທ່ານ

ດຣ ນາງ ພຣິສຊິນລາ ຊານ ພັນລະຍາສາວຂອງລາວ ໄດ້ຮ່ວມກັນບໍລິຈາກເງິນກ່ວາ 25 ລ້ານໂດລາສະຫະລັດ ເພື່ອຕໍ່

ສູ້ກັບການລະບາດຂອງອີໂບລາ ໃນປະເທດແຖບອາຟຣິກາຕາເວັນຕົກ.

 

ໂດຍ ມາກ ຊັກເຄີເບີກ ໄດ້ເປີດເຜີຍຜ່ານເຟສບຸກຂອງເຂົາເອງວ່າ ພຣິສຊິນລາ ແລະ ເຂົາ ໄດ້ຮ່ວມກັນບໍລິຈາກເງິນ

ຈຳນວນດັ່ງກ່າວ ໃຫ້ກັບສູນຄວບຄຸມພະຍາດລະບາດ ເພື່ອນຳໄປຊ່ວຍໃນການຕໍ່ສູ້ກັບເຊື້ອອີໂບລາ ເພາະຕອນນີ້

ການລະບາດຂອງພະຍາດດັ່ງກ່າວ ໄດ້ກ້າວມາເຖິງຈຸດວິກິດການແລ້ວ ໂດຍມີຜູ້ຕິດເຊື້ອຫລາຍກ່ວາ 8,400 ຄົນ

ແລະ ເຊື້ອອີໂບລາກໍລະບາດຢ່າງວ່ອງໄວ ເຊິ່ງຄາດວ່າຈະມີຜູ້ຕິດເຊື້ອເພີ່ມຈົນແຕະຕົວເລກ 1 ລ້ານຄົນ ໃນອີກຫລາຍ

ເດືອນຂ້າງໜ້ານີ້ ຖ້າຫາກບໍ່ມີການດຳເນີນການໃດໆເພື່ອຢຸດຢັ້ງ ເຊິ່ງເຂົາ ແລະ ພັນລະຍາ ຢາກໃຫ້ການລະບາດຂອງ

ອີໂບລາສາມາດຄວບຄຸມໄດ້ໃນໄວໆນີ້ ໂດຍຫວັງວ່າເງິນຈຳນວນດັ່ງກ່າວ ຈະຊ່ວຍຮັກສາຊີວິດຂອງຜູ້ຄົນຈຳນວນຫລວງ

ຫລາຍໃນອາຟຣິກາຕາເວັນຕົກ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...