Homeຂ່າວຕ່າງປະເທດຮົງກົງພົບ "ແມວ" ຕິດເຊື້ອໂຄວິດ-19

ຮົງກົງພົບ “ແມວ” ຕິດເຊື້ອໂຄວິດ-19

Published on

ໃນວັນທີ 1 ເມສາທີ່ຜ່ານມາ ສຳນັກຂ່າວຊິວຫົວ (Xinhua) ລາຍງານວ່າ ລັດຖະບານເຂດບໍລິຫານພິເສດຂອງຮົງກົງໄດ້ອອກມາເປິດເຜີຍວ່າ ແມວລ້ຽງຂອງຜູ້ປ່ວຍຕິດເຊື້ອພະຍາດໄວຣັສໂຄວິດ-19 ຄົນໜຶ່ງ ມິຜົນການກວດສອບໄວຣັສອອກມາເປັນບວກ. ແມວດັ່ງກ່າວກໍ່ໄດ້ຖືກກັກໂຕທີ່ສູນດູແລສັດ ແຖວທ່າເຮືອຮົງກົງຂອງສະພານຮົງກົງ-ຈູໄຫ່-ມາເກົ໊າ ໃນວັນທີ 30 ມີນາທີ່ຜ່ານມາ.

ສຳນັກງານກະເສດ, ປະມົງ ແລະ ການອະນຸຮັກຂອງຮົງກົງໄດ້ເກັບຕົວຢ່າງຈາກແມວໄປກວດສອບຫາໄວຣັສແລະເຫັນຜົນຕົວຢ່າງຈາກຊ່ອງປາກ, ຮູດັງ ແລະ ທະວານໜັກ ອອກມາເປັນບວກ. ໂຄສົກສຳນັກງານໄດ້ລະບຸວ່າແມວໂຕນີ້ບໍ່ສະແດງອາການ ພ້ອມກັນນີ້ ເຈົ້າໜ້າທີ່ຈະຕິດຕາມອາການຢ່າງໃກ້ຊິດ ແລະ ຈະກວດຫາເຊື້ອໄວຣັສອິກເທື່ອໜິ່ງ. ກ່ອນໜ້ານີ້, ທາງການກໍ່ໄດ້ກວດພົບເຊື້ອໄວຣັສໂຄວິດ-19 ຈາກໝາລ້ຽງສອງໂຕ ເຊິ່ງມີຜົນກວດອອກມາເປັນບວກຢ່າງອ່ອນ ຫຼື ເປັນບວກຈາກການກວດສອບຊ້ຳ. ທາງໂຄສົກສຳນັກງານ ກໍ່ໄດ້ອອກມາແນະນຳໃຫ້ເຈົ້າຂອງສັດລ້ຽງລູກດ້ວຍນົມເຊັ່ນໝາ ແລະ ແມວ ເອົາມາກັກໂຕຢູ່ທີ່ສູນຂອງສຳນັກງານ ເພື່ອເປັນການປ້ອງກັນສຸຂະພາບຂອງປະຊາຊົນ ແລະ ສັດ.

ໂຄສົກຂອງສຳນັກງານດັ່ງກ່າວກໍ່ໄດ້ກ່າວເພີ່ມຕື່ມວ່າ ປັດຈຸບັນຍັງບໍ່ມີຫຼັກຖານທີ່ວ່າສັດລ້ຽງເປັນພາຫະນະຂອງເຊື້ອໄວຣັສໂຄວິດ-19 ພ້ອມແນະນຳໃຫ້ເຈົ້າຂອງສັດລ້ຽງຮັກສາສຸຂະອະນາໄມຢູ່ສະເໝີ ແລະ ບໍ່ຄວນປະຖິ້ມສັດລ້ຽງບໍ່ວ່າຊິເກີດຫຍັງຂຶ້ນ

ຮຽບຮຽງໂດຍ: ວະນິດາ

ແຫຼ່ງຂ່າວ: Thai PBS

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...