Homeຂ່າວຕ່າງປະເທດຄອບຄົວສຸດກ້າ! ນຳສິງໂຕໃຫຍ່ມາລ້ຽງໄວ້ໃນເຮືອນ

ຄອບຄົວສຸດກ້າ! ນຳສິງໂຕໃຫຍ່ມາລ້ຽງໄວ້ໃນເຮືອນ

Published on

184817

ເລື່ອງ ​ລາວ​ຕໍ່ໄປ​ນີ້​ຈະ​ເຮັດໃຫ້​ທຸກ​ຄົນ​ຕ້ອງ​ຕົກ​ໃຈ ເມື່ອ​ຄອບຄົວ​ໜຶ່ງ​ໄດ້​ເປີດ​ເຜີຍ​ພາບ​ການ​ໃຊ້​ຊີວິດ​ຮ່ວມ​ກັບ​ສິງ​ໂຕ ໂດຍ​ສິງ​ໃຫຍ່​ຕົວ​ນີ້​ມີ​ຊື່​ວ່າ  “Neil” ຖ່າຍ​ໄວ້​ໃນ​ປີ 1970 ຊຶ່ງ​ສິງ​ໃຫຍ່​ຕົວ​ນີ້​ໃຊ້​ຊີວິດ​ກັບ​ມະນຸດ​ແທ້ໆ ແຕ່​ສຸດ​ທ້າຍ​ກັບ​ກາຍ​ເປັນ​ເລື່ອງ​ທີ່​ສອນ​ໃຈ​ມະນຸດ​ວ່າ ເຖິງວ່າ​ເຮົາ​ຈະ​ຮັກ​ ຫລື​ ຮູ້ສຶກ​ໃກ້​ຊິດ​ກັບ​ສັດ​ປ່າ​ຢ່າງ ສິງ​ໂຕຕົວໃຫຍ່ ຫລາຍຊ່ຳ​​ໃດ ແຕ່​ກໍ​ບໍ່​ສາມາດ​ເຂົ້າໃຈ​ພວກ​ມັນ​ໄດ້​ຢ່າງ​ແທ້​ຈິງ

ຫລັງ​ຈາກ​ການເດິນທາງ​ໄປ​ທີ່​ແອ​ຟລິ​ກກາ​ນັກ​ສະແດງ​ສາວ​ນາມ​ວ່າ “Tippi Hedren “ແລະ “Noel Marshall” ແຟນ​ຂອງ​ນາງ ລວມ​ທັງ “Melanie Griffith” ລູກ​ສາວ​ຂອງ​ນາງ ນຶກ​ຢາກ​ເຮັດ​ຮູບເງົາກ່ຽວກັບ “ສິງ​ໃຫຍ່” ຂຶ້ນ​ມາ​ເລື່ອງ​ໜຶ່ງ ຊຶ່ງ​ຈາກ​ຄຳ​ແນະ​ນຳ​ຂອງ​ຄູ​ຝຶກ “Ron Oxley” ບອກວ່າ “ຖ້າ​ຕ້ອງ​ການເຮັດ​ຄວາມ​ຮູ້​ຈັກ​ກັບ​ສິງ​ໃຫຍ່​ແທ້ໆ ເຈົ້າ​ຕ້ອງ​ໃຊ້​ຊີວິດ​ຢູ່​ກັບ​ມັນ​ຈັກໜ້ອຍ​ໜຶ່ງ” ພວກເຂົາ​ຈຶ່ງ​ໄດ້ “Neil” ມາ​ອາໄສ​ຢູ່​ນຳກັນ ແລະ ​ເລື່ອງ​ລາວ​ຂອງ​ພວກເຂົາ​ຖືກ​ບັນ​ທຶກ​ພາບ​ໄວ້​ໂດຍ​ຊ່າງ​ພາບ”Michael Rougier”

ຊີວິດ​ຂອງ​​ພວກເຂົາ​ກັບ​ສິງ​ໃຫຍ່​ເບິ່ງ​ຄື​ຈະ​ໄປ​ໄດ້​ດີ ແຕ່​ຮູບເງົາຂອງ​ພວກເຂົາ​ເບີ່ງທ່າທາງ​ຈະ​ໄປ​ບໍ່​ລອດ Melanie ຕ້ອງ​ຫຍິບ​ບາດແຜເຖິງ 50 ເຂັມ ຫລັງ​ຈາກ​ຖືກ​ສິງ​ໃຫຍ່​ຕົວ​ໜຶ່ງ​ໃນ​ຮູບເງົາເຮັດ​ຮ້າຍ ຊ່າງ​ພາບ Jan de Bont ຕ້ອງ​ເຂົ້າ​ຮັບ​ການ​ປິ່ນປົວ​ເພື່ອ​ຫຍິບ​ໜັງ​ຫົວ ຄົນ​ໃນ​ກອງ​ຖ່າຍ​ກວ່າ 70 ຄົນ​ໄດ້ຮັບ​ບາດ​ເຈັບ ຈາກ​ສິງ​ໃຫຍ່​ເຂົ້າ​ຮ່ວມ​ຖ່າຍ​ຮູບເງົາກວ່າ 150 ຕົວ ຊຶ່ງ​ຮູບເງົາເລື່ອງ​ນີ້​ໃຊ້​ງົບ​ປະ​ມານ​ໃນ​ການ​ຖ່າຍ​ທຳ​ໄປ​ປະ​ມານ 17.5 ລ້ານ​ດອນ​ລາສະ​ຫະລັດ ແຕ່​ສາມາດ​ເຮັດ​ເງີນ​ໄດ້​ພຽງ 2 ລ້ານ​ຫຼຽນ​​ສະຫະລັດ ເທົ່າ​ນັ້ນ

ຂຶ້ນ ຊື່​ວ່າ​ເປັນ​ສັດ​ປ່າ ຢ່າງໃດ​ກໍ​ຕ້ອງ​ມີ​ສັນ​ຊາດ​ຕະຍານ​ຄວາມ​ໂຫດຮ້າຍ ແລະ​ ຄວາມ​ເປັນ​ນັກ​ລ່າ​ຢູ່ໃນ​ຕົວ ເພື່ອ​ປ້ອງ​ກັນ​ຕົວ​ເອງ​ຈາກ​ໄພ​ອັນຕະລາຍ ແລະ​ ແນ່ນອນ​ວ່າ​ເຮົາ​ຄົງ​ບໍ່​ສາມາດ​ເຂົ້າໃຈ​ພວກ​ມັນ​ໄດ້​ຢ່າງ​ແທ້​ຈິງ

184818

184819

184820

184821

184822

184823

184824

184825

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...