spot_img
Homeຂ່າວທ້ອງຖິ່ນສະຫວັນນະເຂດແຈ້ງປໍ້ານໍ້າມັນເຊື້ອໄຟຫ້າມຂາຍນໍ້າມັນໃຫ້ຜູ້ຊື້ເພື່ອກັກຕຸນ

ສະຫວັນນະເຂດແຈ້ງປໍ້ານໍ້າມັນເຊື້ອໄຟຫ້າມຂາຍນໍ້າມັນໃຫ້ຜູ້ຊື້ເພື່ອກັກຕຸນ

Published on

ໜັງສືພິມວຽງຈັນໃໝ່ລາຍງານວ່າ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ ໄດ້ອອກແຈ້ງການດ່ວນໃນເວລາ 17 ໂມງຂອງມື້ວັນທີ 19 ມີນາ 2020 ນີ້ວ່າ: ເຖິງບັນດາປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟທຸກປະເພດໃນຂອບເຂດແຂວງ ຫ້າມຂາຍນໍ້າມັນຈໍານວນຫຼາຍໃຫ້ປະຊາຊົນໂດຍສະເພາະປະຊາຊົນທີ່ເອົາກະຕຸກໄປຊື້ເພື່ອກັກຕຸນ.

ປະຈຸບັນມີຫຼາຍຄົນຢູ່ ແຂວງສະຫວັນນະເຂດ ຊື້ນໍ້າມັນເພື່ອກັກຕຸນ ຍ້ອນມີຂ່າວລືວ່າຈະມີການປິດດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ແລະ ດ່ານສາກົນແດນສະຫວັນ-ລາວບາວ (ລາວ-ຫວຽດນາມ) ຍ້ອນວ່າມີການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 ຢູ່ປະເທດເພື່ອນບ້ານ.

ທ່ານ ໂພສີສ້ອຍ ກຸທິລາດ ຫົວໝ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ ໄດ້ຈັດພິທີຖະແຫຼງຂ່າວດ່ວນກຽ່ວກັບປະກົດການທີ່ມີປະຊາຊົນຈໍານວນຫຼາຍທີ່ໄດ້ເອົາລົດ ແລະ ເອົາກະຕຸກໄປຊື້ນໍ້ານຈົນໄດ້ລຽນຄິວກັນວ່າ: ບໍ່ຕ້ອງວິຕົກວ່າຈະບໍ່ມີນໍ້າມັນພຽງພໍເພາະວ່າບັນດາບໍລີສັດທີ່ນໍາເຂົ້ານໍ້າມັນເຊື້ອໄຟຍັງນໍາເຂົ້ານໍ້າມັນເປັນປົກກະຕິ ແລະ ມີພຽງພໍ ໂດຍນໍາເຂົ້າຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2 ແລະ ດ່ານສາກົນເເດນສະຫວັນ-ລາວບາວ.

ທ່ານ ໂພສີສອ້ຍ ໄດ້ກ່າວຕື່ມວ່າ: ຫ້າມບັນດາປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ຂາຍນໍ້າມັນຈໍານວນຫຼາຍໃຫ້ປະຊາຊົນເພື່ອກັກຕຸນ ແລະ ຫ້າມຂຶ້ນລາຄານໍ້າມັນທຸກປະເພດເກີນລາຄາຕາມແຈ້ງການຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ຢ່າງເດັດຂາດ.

ນອກນັ້ນ, ຍັງມີຂ່າວລືວ່າຈະມີການປິດດ່ານສາກົນ ແລະ ຂໍແຈ້ງການໃຫ້ຮູ້ວ່ານັ້ນບໍ່ແມ່ນຄວາມຈິງ, ດ່ານສາກົນຍັງສືບຕໍ່ເປີດເປັນປົກກະຕິ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...