spot_img
Homeຂ່າວພາຍ​ໃນຜົນສະຫຼຸບກອງປະຊຸມສະໄໝສາມັນປະຈໍາເດືອນມີນາ ວັນທີ 18/03/2020

ຜົນສະຫຼຸບກອງປະຊຸມສະໄໝສາມັນປະຈໍາເດືອນມີນາ ວັນທີ 18/03/2020

Published on

ໂດຍອີງໃສ່ ສະພາບຄວາມເປັນຈິງ ແລະ ຄວາມສ່ຽງຂອງການແຜ່ລະບາດ ໂຄວິດ-19 ຢູ່ ສປປ ລາວ ລັດຖະບານຈະສືບຕໍ່ປະຕິບັດມາດຕະການ ທີ່ໄດ້ວາງອອກຜ່ານມາ ແລະ ມາດຕະການເພີ່ມຕື່ມ ທີ່ໄດ້ຕົກລົງກັນ ໃນກອງປະຊຸມ ລັດຖະບານ ສະໄຫມສາມັນ ປະຈໍາວັນທີ 18/03/2020 ລວມມີ 9 ມາດຕະການດັ່ງຕໍ່ໄປນີ້:

1) ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວປະເທດ. ສ່ວນດ່ານສາກົນ ໃຫ້ເບິ່ງຄວາມຮັບປະກັນຮອບດ້ານ ໃນນັ້ນລວມເຖິງຄວາມພ້ອມທາງດ້ານອຸປະກອນ ແລະ ພະນັກງານໃນການກວດກາ-ກັ່ນກ່ອງຫາຜູ້ຕິດເຊື້ອພະຍາດ ໃຫ້ໄດ້ຕາມມາດຕະຖານ ຈຶ່ງອະນຸຍາດໃຫ້ເຂົ້າ-ອອກ ປົກກະຕິ ໄດ້;

2) ໂຈະການອອກວີຊ່າກັບດ່ານທຸກປະເພດ, ລວມທັງ ອີ-ວີຊ່າ (E-Visa) ແລະ ການອອກວີຊ່າທ່ອງທ່ຽວ ສຳລັບທຸກປະເທດ ໃນໄລຍະເວລາ 30 ວັນ. ສຳລັບຜູ້ທີ່ໄດ້ວີ່ຊາເຂົ້າລາວແລ້ວ ກໍຕ້ອງມີການຢັ້ງຢືນການກວດສຸຂະພາບ ແລະ ກວດປະຫວັດການເຄື່ອນໄຫວໃນໄລຍະ 14 ວັນຜ່ານມາ. ສຳລັບປະເທດທີ່ໄດ້ຮັບການຍົກເວັ້ນວີຊ່າ ແມ່ນເຫັນດີໃຫ້ຍົກເລີກການຍົກເວັ້ນວີຊ່າດັ່ງກ່າວຊົ່ວຄາວ ຈົນກວ່າຈະມີການພິຈາລະນາໃໝ່ຂອງລັດຖະບານ.

3) ຫຼີກລ່ຽງການເດີນທາງໄປຕ່າງປະເທດ ໃນໄລຍະນີ້ ຂອງ ພົນລະເມືອງລາວ, ໂດຍສະເພາະການເດີນທາງດ້ວຍເຮືອບິນ ແລະ ພະຫະນະທີ່ມີຄົນແອອັດຫຼາຍ.

4) ຜູ້ທີ່ເດີນທາງກັບຈາກປະເທດທີ່ມີການແຜ່ລະບາດຂອງພະຍາດ ໃຫ້ປະຕິບັດການແຍກປ່ຽວດ້ວຍຕົນເອງຢ່າງໜ້ອຍ 14 ວັນ ເພື່ອຕິດຕາມສຸຂະພາບຂອງຕົນ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ. ກໍລະນີມີອາການໄຂ້ ຕ້ອງຕິດຕໍ່ຫາໝໍ ແລະ ເຈົ້າໜ້າທີ່ໆກ່ຽວຂ້ອງໂດຍດ່ວນ (ລາຍລະອຽດ ໄດ້ກຳນົດໄວ້ໃນໜັງສືແຈ້ງການ ຂອງຄະນະສະເພາະກິດ ສະບັບເລກທີ 12/ສພກ, ລົງວັນທີ 16 ມີນາ 2020).

5) ຫຼີກລ່ຽງການໂຮມຊຸມນຸມໃຫ່ຍ ທີ່ມີມວນຊົນເຂົ້າຮ່ວມຈຳນວນຫຼາຍ ເປັນຕົ້ນ: ງານບຸນປະເພນີຕ່າງໆ, ງານວາງສະແດງສິນຄ້າ, ງານແຂ່ງຂັນກິລາ, ງານດອງ, ບັນດາກິດຈະກຳຕ່າງໆໃນການສະເຫຼີມສະຫຼອງບຸນປີໃໝ່ ລາວ ແລະ ອື່ນໆ

6) ປິດກິດຈະການຮ້ານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານນວດ, ສ່ວນກິດຈະການອື່ນໆ ແມ່ນສາມາດດໍາເນີນໄດ້ປົກກະຕິ ແຕ່ໃຫ້ບັນດາເຈົ້າຂອງກິດຈະການ ມີມາດຕະການປ້ອງກັນຂັ້ນພື້ນຖານ ເປັນຕົ້ນ ແມ່ນການກວດອຸນຫະພູມ ແລະ ສະໜອງນໍ້າຢາລ້າງມື ໃຫ້ລູກຄ້າ ເພື່ອປ້ອງກັນຕົນເອງ ແລະ ຜູ້ອື່ນ.

7) ປິດໂຮງຮຽນ ຕັ້ງແຕ່ໂຮງລ້ຽງເດັກ, ອະນຸບານ, ປະຖົມສຶກສາ, ມັດທະຍົມ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆ (ທັງພາກລັດ ແລະ ເອກະຊົນ) ໃນທົ່ວປະເທດຊົ່ວຄາວ ຕັ້ງແຕ່ວັນທີ 19 ມີນາ ຈົນເຖິງ 21 ເມສາ. ພ້ອມກັນນັ້ນ, ກໍໃຫ້ສົມທົບກັບບັນດາໂຮງຮຽນ ເພື່ອຮີບຮ້ອນຄົ້ນຄວ້າປືກສາຫາລື ເພື່ອກຳນົດນະໂຍບາຍ ຫຼື ຄໍາແນະນໍາໃນການສົ່ງເສີມວິທີການຮຽນ-ການສອນ ໂດຍຜ່ານລະບົບອອນລາຍ, ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວິທີການອື່ນໆ ໃຫ້ນັກຮຽນ-ນັກສຶກສາ.

8 ) ກຳນົດສະຖານທີ່ໃນການກັກບໍລິເວນ 14 ວັນ ສຳລັບຜູ້ທີ່ເດີນທາງມາຈາກປະເທດທີ່ມີຄວາມສ່ຽງ; ໃນນັ້ນ, ລວມເຖິງແຮງງານລາວ ແລະ ນັກສຶກສາລາວ ທີ່ຈະເດີນທາງກັບລາວ ໃນໂອກາດບຸນປີໃໝ່ລາວໃນປີນີ້ (ກ່ຽວກັບແຮງງານລາວ ຈະມີການແນະນຳລະອຽດຕ່າງຫາກ).

9) ແນະນຳໃຫ້ຄົນລາວ ທີ່ອາໃສຢູ່ຕ່າງປະເທດ ເລື່ອນການເດີນທາງກັບປະເທດ ຈົນກວ່າສະຖານະການລະບາດທົ່ວໂລກຈະດີຂຶ້ນ.

ຮຽບຮຽງຂ່າວ: ລັດສະໝີ

ແຫຼ່ງຂ່າວ: Lao Youth Radio

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...