Homeຂ່າວທ້ອງຖິ່ນຄະນະສະເພາະກິດລົງກວດກາ 2 ຮ້ານແຂວງຄຳມ່ວນ ຕາມແຈ້ງການຂອງກົງສູນໄທປະຈຳແຂວງສະຫວັນນະເຂດ

ຄະນະສະເພາະກິດລົງກວດກາ 2 ຮ້ານແຂວງຄຳມ່ວນ ຕາມແຈ້ງການຂອງກົງສູນໄທປະຈຳແຂວງສະຫວັນນະເຂດ

Published on

ວິທະຍຸກະຈາຍສຽງແຫ່ງຊາດລາວລາຍງານເມື່ອວັນທີ 18 ມີນາ 2020ນີ້ວ່າ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຍອມຮັບວ່າ: ກ່ຽວກັບແຈ້ງການຂອງກົງສູນໄທ ປະຈຳແຂວງສະຫວັນນະເຂດ ເລກທີ 29310/83 ວ່າມີຄົນໄທເຊິ່ງເປັນນັກເຊຍມວຍ ທີ່ເດີນ ທາງມາຈາກບາງກອກ ປະເທດໄທ ມາທ່ຽວຢູ່ຈັງຫວັດນະຄອນພະນົມ ແລະ ຂ້າມມາທ່ຽວຢູ່ເມືອງທ່າແຂກ ແຂວງຄຳມ່ວນ ມີບາງສ່ວນເທົ່ານັ້ນທີ່ມີມູນຄວາມຈິງ. ປັດຈຸບັນນີ້ ຄະນະສະເພາະກິດກໍຄືກະຊວງສາທາລະນະສຸກ ແລະ ພາກສ່ວນຕ່າງໆກ່ຽວຂ້ອງກຳລັງກວດສອບຄືນ ແລະ ຕິດຕາມຢ່າງໃກ້ຊິດ.

ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ສຳພາດວ່າ: ແຈ້ງການສະບັບນີ້ມີເນື້ອໃນລະບຸວ່າ: ເມື່ອວັນທີ 12 ມີນາ 2020 ເວລາ 9:30 ໂມງ ມີຜູ້ຕິດເຊື້ອໄວຣັດໂຄວິດ-19 ເຊິ່ງເປັນຄົນໄທ ແລະ ຄະນະລວມ 5 ຄົນ ເດີນທາງຂ້າມຂົວມິດຕະພາບ ແຫ່ງທີ 3 ຈາກນະຄອນພະນົມ ປະເທດ ໄທ ໄປແຂວງ ຄໍາມ່ວນ, ຄະນະດັ່ງກ່າວໄດ້ໄປຮັບປະທານອາຫານທີ່ຮ້ານຈຳນວນໜຶ່ງກ່ອນເດີນທາງກັບປະເທດໃນວັນດຽວກັນ. ຜ່ານການລົງເກັບກຳຂໍ້ມູນຕົວຈິງ ຢູ່ເມືອງ ທ່າແຂກ ແຂວງ ຄຳມ່ວນ ເຫັນວ່າຂໍ້ມູນຫຼາຍຢ່າງທີ່ໄດ້ຮັບກັບການແຈ້ງການສະບັບນັ້ນບໍ່ກົງກັນ ໂດຍສະເພາະຈຳນວນຄົນທີ່ເຂົ້າມາລວມເຖິງລາຍຊື່ທີ່ແຈ້ງມາກໍ່ບໍ່ກົງກັນ. ຢ່າງໃດກໍ່ຕາມ, ພາກສ່ວນກ່ຽວຂ້ອງໄດ້ປະສານສົມທົບກັບແຂວງ ຄຳມ່ວນ ລົງສອບຖາມຂໍ້ມູນຢູ່ສະຖານທີ່ທັງສອງແຫ່ງ ທີ່ກຸ່ມຄົນເຫຼົ່ານັ້ນໄປທ່ຽວ ພ້ອມທັງໄດ້ເກັບຕົວຢ່າງຈາກຄົນທີ່ໄດ້ໃກ້ຊິດ ແລະ ເນັ້ນໜັກໃຫ້ເຂົາເຈົ້າຕິດຕາມອາການພາຍໃນ 14 ວັນ.

ນອກຈາກນີ້, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ຮຽກຮ້ອງໃຫ້ສັງຄົມບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ, ບໍ່ຄວນແຕກຕື່ນ ແລະ ກັງວົນຈົນເກີນໄປ ພ້ອມທັງໃຫ້ປະຕິບັດຕາມຄຳແນະນຳຂອງ ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ, ພະຍາຍາມຮັກສາສຸຂະພາບຂອງຕົນເອງ ຕິດຕາມຂໍ້ມູນຂ່າວສານຈາກແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້.
ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...