spot_img
Homeຂ່າວພາຍ​ໃນຜູ້ຕິດເຊື້ອໂຄວິດ-19 ໃນມາເລເຊຍເພີ່ມຂຶ້ນ ພົບວ່າກ່ຽວຂ້ອງການຊຸມນຸມທາງສາສະໜາ

ຜູ້ຕິດເຊື້ອໂຄວິດ-19 ໃນມາເລເຊຍເພີ່ມຂຶ້ນ ພົບວ່າກ່ຽວຂ້ອງການຊຸມນຸມທາງສາສະໜາ

Published on

ເກືອບ 2 ໃນ 3 ຂອງຜູ້ຕິດເຊື້ອໂຄວິດ-19 ຈໍານວນ 55​4 ກໍລະນີໃນປະເທດມາເລເຊຍກ່ຽວຂ້ອງກັບການຊຸມນຸມທາງສາສະໜາ ເຮັດໃຫ້ໃນຕອນນີ້ ມາເລເຊຍ ກາຍເປັນປະເທດທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້.

ສຳນັກຂ່າວ Reuter ລາຍງານຈາກນະຄອນຫຼວງ ກົວລາລໍາເປີ ປະເທດມາເລເຊຍ ໃນວັນທີ 16 ມີນາວ່າ ມາເລເຊຍພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ຈໍານວນ 125 ກໍລະນີ ໃນວັນທີ 16 ມີນາ 2020 ນັບເປັນໂຕເລກສູງສຸດ ເປັນອັນດັບສອງທີ່ເພີ່ມຂຶ້ນລາຍວັນໃນມາເລເຊຍ ສ່ວນໃຫຍ່ຈະເປັນຜູ້ທີ່ກ່ຽວຂ້ອງກັບການຊຸມນຸມທາງສາສະໜາທີ່ມັສຍິດແຫ່ງໜຶ່ງ ໃນນະຄອນຫຼວງກົວລາລໍາເປີ ປະເທດ ມາເລເຊຍ ໃນລະຫວ່າງວັນທີ 28 ກຸມພາ ຈົນເຖິງ 1 ​ມີນາ ທີ່ຜ່ານມາ ໂດຍມາເລເຊຍພົບຜູ້ຕິດເຊື້ອແລ້ວ 553 ກໍລະນີ.

ກິດຈະກຳດັ່ງກ່າວມີຜູ້ໄປເຂົ້າຮ່ວມ 16.000 ຄົນຈາກຫຼາຍປະເທດ ແລະ ຈັດຂຶ້ນໃນຊ່ວງທີ່ມາເລເຊຍ ປະເຊີນກັບຄວາມວຸ້ນວາຍທາງການເມືອງ ອັນເນື່ອງມາຈາກການປະກາດລາອອກຈາກຕໍາແໜ່ງນາຍົກລັດຖະມົນຕີຂອງ ດຣ ມາຫາເທ ໂມຮໍາມັດ ສຳລັບຊາວມາເລເຊຍທີ່ເຂົ້າຮ່ວມການຊຸມນຸມທາງສາສະໜາດັ່ງກ່າວມີຈໍານວນ 14,500 ຄົນ, ແຕ່ມີພຽງປະມານ 7000 ຄົນເທົ່ານັ້ນທີ່ໄປຮັບການກວດຫາເຊື້ອໄວຣັສ.

ກຸ່ມສາສະໜາໄດ້ຂໍຮ້ອງໃຫ້ຜູ້ເຂົ້າຮ່ວມຊຸມນຸມທຸກຄົນເຂົ້າຮັບການກວດຫາເຊື້ອໄວຣັສ. ນອກຈາກນັ້ນ, ການຊຸມນຸມທາງສາສະໜາຍັງໄດ້ເຮັດໃຫ້ມີການຕິດເຊື້ອລາຍໃໝ່ໃນປະເທດສິງກະໂປ ແລະ ບຣູໄນພ້ອມ ໂດຍສິງກະໂປໄດ້ສັ່ງປິດມັສຍິດທັງໝົດແລ້ວ ຕັ້ງແຕ່ວັນສຸກທີ່ຜ່ານມາ ຫຼັງພົບວ່າ 5 ຄົນທີ່ໄປຮ່ວມຊຸມນຸມທາງສາສະໜາໃນມາເລເຊຍຕິດເຊື້ອໄວຣັສ.

 

ຮຽບຮຽງຂ່າວໂດຍ: ລັດສະໝີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...