Homeຂ່າວທ້ອງຖິ່ນບຸນສົງການປີນີ້ຫຼວງພະບາງຈະບໍ່ຈັດຍິ່ງໃຫຍ່ຄືທຸກປີ

ບຸນສົງການປີນີ້ຫຼວງພະບາງຈະບໍ່ຈັດຍິ່ງໃຫຍ່ຄືທຸກປີ

Published on

ສຳລັບບຸນສົງການປີນີ້ ດ້ວຍພິດໄພຂອງໄວຣັສໂຄວິດ-19 ຫຼວງພະບາງຈະບໍ່ຈັດຍິ່ງໃຫຍ່ຄືທຸກປີຜ່ານມາ ຄືວ່າຈະເຮັດພໍເປັນຮີດຄອງເທົ່ານັ້ນ.

ອີງຕາມຂໍ້ມູນຈາກສະມາຄົມຄົນຫຼວງພະບາງໃຫ້ຮູ້ວ່າ: ຄະນະຮັບຜິດຊອບຈັດງານບຸນປີໃໝ່ລາວທີ່ນະຄອນຫຼວງພະບາງ ມີຈຸດປະສົງທີ່ຈະທຳຄວາມເຂົ້າໃຈກັບສັງຄົມ ກ່ຽວກັບການຈັດງານບຸນປີໃໝ່ລາວ ໃນປີ 2563 ໃນທ່າມກາງສະພາບທີ່ໂລກພົບກັບວິກິດການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ເຊິ່ງເປັນເຊື້ອພະຍາດທີ່ອັນຕະລາຍ ແລະ ໄດ້ແຜ່ກະຈາຍໄປທົ່ວໂລກ.​ ສະນັ້ນ,​ ການຈັດງານບຸນໃນປີນີ້ອາດຈະບໍ່ຍິ່ງໃຫຍ່ຄືກັບທຸກປີທີ່ຜ່ານມາ ເພື່ອຫຼີກລ່ຽງບໍ່ໃຫ້ມີການເຕົ້າໂຮມ ແລະ ປ້ອງກັນການຕິດພະຍາດໄດ້ງ່າຍ.

ຄະນະຮັບຜິດຊອບກໍ່ໄດ້ມີການປຶກສາຫາລືກັບອົງການພຸດທະສາສະໜາ ແລະ ຜູ້ຊົງຄຸນວຸດທິ ພາມມະນາຈານ ທີ່ເປັນຫຼັກແຫຼ່ງຂອງຫຼວງພະບາງ ໄດ້ເປັນເອກະພາບກັນກ່ຽວກັບການຫຼິ້ນບຸນ ເຊິ່ງຈະໄດ້ຕັດກິດຈະກຳບາງຢ່າງທີ່ບໍ່ຈຳເປັນ ແລະ ມີຄວາມສ່ຽງຕໍ່ກັບພະຍາດ ແລະ ກິດຈະກຳທີ່ບໍ່ໄດ້ຕິດພັນກັບປະເພນີມາແຕ່ດັ້ງເດີມແມ່ນຕັດອອກຈຳນວນໜຶ່ງ ໃຫ້ເຄື່ອນໄຫວແຕ່ສິ່ງທີ່ຈຳເປັນເທົ່ານັ້ນ ແລະ ສອດຄ່ອງກັບປະເພນີຢ່າງແທ້ຈິງ ເພື່ອບໍ່ລະຮີດເກົ່າ-ຄອງເດີມ ແຕ່ບໍ່ເປັນຈັດແບບວົງກວ້າງ ບໍ່ໃຫ້ຈັດງານທີ່ມີງານຊຸມນຸມ ເຊັ່ນ: ງານໂລະລາດ,​ ຈັດບູດເບຍ,​ ງານຫາລາຍໄດ້ ແລະ ອື່ນໆ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...