spot_img
Homeຂ່າວຕ່າງປະເທດເດັກນ້ອຍຍິງ ອາຍຸ 12 ປີ ຖືກບັງຄັບແຕ່ງດອງ ກັບ ຜູ້ຊາຍອາຍຸ 37 ປີ

ເດັກນ້ອຍຍິງ ອາຍຸ 12 ປີ ຖືກບັງຄັບແຕ່ງດອງ ກັບ ຜູ້ຊາຍອາຍຸ 37 ປີ

Published on

         184794

       ກາຍເປັນ​ຂ່າວ​ຮື​ຮາ​ໄປ​ທົ່ວ​ໂລກ​ເມື່ອ​ເດັກນ້ອຍຜູ້​ຍິງ​ອາຍຸ​ພຽງ 12 ປີ ຖືກ​ບັງຄັບ​ໃ​ຫ້​ແຕ່ງ​ດອງ​ກັບ​ຊາຍ​ອາຍຸ 37 ປີ ແຕ່​ຄວາມ​ຈິງ​ກັບ​ປາ​ກົດ​ເປັນພຽງ​ແຄມ​ເປນ​ລົນນະ​ລົງ ຕ້ານ​ການ​ບັງຄັບ​ເດັກນ້ອຍ​ແຕ່ງ​ດອງ

ເດັກນ້ອຍ​ຊາວ​ນອລ໌ເວ ​ຊື່ Thea ອາ​ຍຸ 12ປີ ກຳ​ລັງ​ຈະ​ແຕ່ງ​ດອງ​ກັບ Geir ຜົວ​ອາຍຸ 37 ປີ ໃນ​ມື້​ນີ້ ໂດຍ​ບັອກໜຶ່ງ​ໃນ​ນໍ​ເວ ​ເປີດ​ເຜີຍ​ພາບ ​ພີ​ເວດດິ້ງ​ ຂອງ​ນາງ​ທີ່​ໄປ​ລອງ​ຊຸດ​ແຕ່ງ​ດອງ ສະ​ຕາຍນໍເວ ແລະ ເດັກນ້ອຍ​ຜູ້ຍິງໄດ້ບອກ​ອີກ​ດ້ວຍ​ວ່າ ແມ່່ໃຫ້​ລາວແຕ່ງດອງ​ກັບ​ເຂົາ​ເພາະ​ລາວຈະ​ໄດ້​ບໍ່​ຕ້ອງ​ໄປ​ໂຮງຮຽນ ແລະ ​ພວກເຂົາ​ຈະ​ຫາ​ທຸກ​ຢ່າງ​ມາ​ໃຫ້​ລາວໄດ້ ໂດຍ​ທີ່​ເຮົາ​ບໍ່​ຕ້ອງ​ເຮັດວຽກ​ເມື່ອຍ​

ຫລັງ​ຈາກ​ມີ​ຂ່າວ​ນີ້​ອອກ​ໄປ​ຈຶ່ງ​ເຮັດໃຫ້​ສັງຄົມ​ອອກ​ມາ​ຄັດ​ຄ້ານ​ຕໍ່​ຕ້ານ​ງານ​ແຕ່ງ​ດອງ​ ວິກົນຈະລິດນີ້ ແລະ ​ເຂົ້າ​ແຈ້ງ​ຄວາມ​ຢ່າງ​ເປັນ​ທາງ​ການ ເພາະ​ເຫັນ​ວ່າ​ບໍ່​ເໝາະ​ສົມ​ເປັນ​ຢ່າງ​ຍິ່ງ ເຫດ​ເພາະເດັກ​ນ້ອຍ ອາຍຸພຽງ 12 ປີ ຍັງ​ບໍ່​ບັນ​ລຸ​ນິ​ຕິ​ພາ​ວະ ເຮັດໃຫ້​ຕຳ​ຫລວດ​ຮີບ​ເຂົ້າໄປ​ກວດ​ສອບ​ທັນ​ທີ​ແຕ່​ເລື່ອງ​ກໍ​ມາ​ສະເຫຼີຍ​ວ່າ ທີ່​ຈິງ​ເປັນ​ແຄມ​ເປນ​ຂອງ charity Plan International ທີ່​ມີ​ຈຸດປະສົງ​ປະ​ກາດ​ຄວາມ​ໜ້າ​ຢ້ານ​ ຂອງ​ການ​ບັງຄັບ​ລູກ​ສາວ​ໂຕ​ນ້ອຍໆ​ບໍ່ທັນ​ບັນ​ລຸ​ນິ​ຕິ​ພາ​ວະ​ ໄປ​ແຕ່ງ​ດອງ​ກັບ​ຜູ້​ຊາຍ​ທີ່​ມີອາຍຸຫລາຍກວ່າ​ຫລາຍ

ອ້າ​ງອິງສະ​ຖິ​ຕິ ​​ວ່າ​ມີ​ຈຳນວນ​ເຖິງ 39, 000 ຄົນ ເມື່ອ​ເດັກນ້ອຍ ຖືກ​ສົ່ງ​ມອບ​ໄປ​ແລ້ວ​ພວກ​ນາງ​ຕ້ອງ​ທໍລະມານ​ຢ່າງ​ຍິ່ງ​ໃນ​ການ​ຖືກ​ຂົ່ມ​ຂືນ ​ແລະ ​ໃຊ້​ເຮັດວຽກ​ເຮືອນ ລວມທັງ​ຫ້າມ​ພົບພໍ້ຄອບຄົວ​ເກົ່າ ຍັງ​ບໍ່​ນັບ​ການຖືພາ ການ​ລຸລູກ ແລະ ​ອາດຈະ​ມີ​ການ​ລົງ​ມື​ທຳ​ຮ້າຍຮ່າງກາຍ ​ຫລື ​ຂ້າ​ນຳ ຊຶ່ງ​ເລື່ອງ​ນີ້​ເຮົາ​ຕ້ອງ​ການ​ໃຫ້​ສັງຄົມ​ຮັບ​ຮູ້​ວ່າ ຄວນ​ລະ​ວັງ​ ແລະ ​ປ້ອງ​ກັນ​

184795

184796

184797

184798

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...