Homeຂ່າວຕ່າງປະເທດລະວັງ "ໜ້າກາກອະນາໄມມືສອງ" ກວ່າ 2 ແສນແຜ່ນຖືກປ່ອຍຂາຍໃນຕະຫຼາດອອນລາຍ

ລະວັງ “ໜ້າກາກອະນາໄມມືສອງ” ກວ່າ 2 ແສນແຜ່ນຖືກປ່ອຍຂາຍໃນຕະຫຼາດອອນລາຍ

Published on

ເມື່ອວັນທີ 3 ມີນາ 2020 ທີ່ສະຖານີຕຳຫຼວດວິຫານແດງ ຈັງຫວັດສະລະບູລີ, ພົນຕີ ໄຊວັດ ອະຣັນວັດ ຜູ້ບັນຊາການ ໄດ້ຖະແຫຼງລາຍລະອຽດກ່ຽວກັບການເຂົ້າຈັບກຸມແຫຼ່ງຣີໄຊເຄີ ໜ້າກາກອະນາໄມ ພ້ອມຈັບກຸມຕົວ ນາງ ຈິນຕະນາ ນາມວິໄຊ ອາຍຸ 47 ປີ, ນາງ ວິຣາກອນ ທົງສັນເທ໋ຍ ອາຍຸ 46 ປີ ແລະ ນາງ ພິມວະໄລ ຈະລັດສີ ອາຍຸ 44 ປີ ພ້ອມຂອງກາງຄືໜ້າກາກອະນາໄມສີຂາວບັນຈຸໃສ່ກະຕ່າສີດຳ 6 ກະຕ່າ ແລະ ໜ້າກາກອະນາໄມສີຂາວບັນຈຸໃນກ່ອງເຈ້ຍຂະໜາດໃຫຍ່ 6 ກ່ອງ, ເຕົາລີດ 3 ເຄື່ອງ, ເຄື່ອງຊັກຜ້າ 1 ເຄື່ອງ ໜ້າກາກອະນາໄມສີຂາວທີ່ຜ່ານການຊັກລີດແລ້ວ 620 ແຜ່ນ ແລະ ກ່ອງເຈ້ຍທີ່ບັນຈຸໜ້າກາກອະນາໄມ 21 ກ່ອງ.

ທັງສາມຄົນໄດ້ໃຫ້ສະລະພາບວ່າ ນາງ ຈິນຕະນາ ໄດ້ຮ່ວມກັບ ນາງ ພິມວະໄລ ຮັບຊື້ຂອງເກົ່າຕ່າງໆ ແລະ ໄດ້ຊື້ໜ້າກາກອະນາໄມຈາກຮ້ານ ເບິ້ມຄ້າຂອງເກົ່າເຊິ່ງຮ້ານຕັ້ງຢູ່ອຳເພີວິຫານແດງ ຫຼັງຈາກນັ້ນພວກຕົນໄດ້ມີການນຳມາຄັດແຍກເອົາໜ້າກາກທີ່ຍັງມີສະພາບດີ ເພື່ອນຳມາຜ່ານຂະບວນການຊັກລີດແລ້ວນຳໄປຈຳໜ່າຍໃໝ່.

ທັງສອງ ໄດ້ຈ້າງນາງ ວິລະກອນ ນ້ອງໄພ້ຂອງນາງ ຈິນຕະນາ ແລະ ກຸ່ມເພື່ອນຂອງລູກຊາຍ ໂດຍວິທີການແມ່ນນຳເອົາໜ້າກາກອານາໄມມາຊັກໃນເຄື່ອງຊັກຜ້າ ຈາກນັ້ນກໍ່ນຳມາຕາກໃຫ້ແຫ້ງແລ້ວລີດໃຫ້ຮຽບຮ້ອຍ ກ່ອນຈະນຳໄປບັນຈຸໃສ່ກ່ອງເພື່ອຈຳໜ່າຍ ໂດຍໃຫ້ນາງ ພິມວະໄລເປັນຝ່າຍຕິດຕໍ່ຈຳໜ່າຍໃນລາຄາແຜ່ນລະ 3 ບາດ ຂາຍຜ່ານເຟສບຸ໊ກຂອງນາງ ພິມວະໄລ. ເຊິ່ງທັງສາມຄົນສາລະພາບວ່າໄດ້ຂາຍໜ້າກາກອານາໄມໄປແລ້ວກວ່າ 2 ແສນແຜ່ນ ຂາຍທັງໃນອອນໄລນ໌ ແລະ ຕາມທ້ອງຕະຫຼາດ.

ທັງສາມຄົນຮັບສາລະພາບ ແຕ່ກໍ່ອ້າງວ່າພວກຕົນບໍ່ຄິດວ່າຈະເປັນເລື່ອງທີ່ຜິດກົດໝາຍ ເນື່ອງຈາກເຫັນໜ້າກາກອານາໄມທີ່ຮັບຊື້ມາມີສະພາບຍັງໃໝ່ ແລະ ຍັງເປັນທີ່ຕ້ອງການຂອງທ້ອງຕະຫຼາດ ຍ້ອນໜ້າກາກອານາໄມຄາດແຄນໃນປັດຈຸບັນ ດັ່ງນັ້ນທັງສາມຈຶ່ງຄິດເຮັດໜ້າກາກອານາໄມຣີໄຊເຄີອອກຈຳໜ່າຍ.

ສຳລັບພື້ນທີ່ເຮັດການຜະລິດໜ້າກາກອະນາໄມມືສອງທາງເຈົ້າໜ້າທີ່ໄດ້ໝາຍໄວ້ໃຫ້ເປັນພື້ນທີ່ອັນຕະລາຍ ໂດຍທາງສາທາລະນະສຸກໄດ້ເຂົ້າໄປສີດພົ່ນຢາຂ້າເຊື້ອເພື່ອປ້ອງກັນການແຜ່ກະຈາຍໄວ້ກ່ອນ ແລະ ຈະດຳເນີນການຂະຫຍາຍຜົນຫາແຫຼ່ງທີ່ມາຂອງໜ້າກາກອະນາໄມ ພ້ອມຈະຕິດຕາມສືບຫາລູກຄ້າທີ່ຊື້ໜ້າກາກອະນາໄມມືອສອງໄປໃຊ້ ແລະ ມື້ວານນີ້ (ວັນທີ 4 ມີນາ) ແມ່ນໄດ້ນຳຕົວທັງ 3 ຄົນໄປສົ່ງຟ້ອງສານທີ່ຈັງຫວັດສະລະບູລີ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...