Homeຂ່າວຕ່າງປະເທດອົງການອະນາໄມໂລກຍອມຮັບບໍ່ເຄີຍຮູ້ຈັກເຊື້ອໄວຣັສໂຄໂຣນາມາກ່ອນ

ອົງການອະນາໄມໂລກຍອມຮັບບໍ່ເຄີຍຮູ້ຈັກເຊື້ອໄວຣັສໂຄໂຣນາມາກ່ອນ

Published on

ຜູ້ອຳນວຍການອົງການອະນາໄມໂລກ ທ່ານ ເຕດຣອສ ສະດານອມ ເກເບຣເຢຊຸສ ຍອມຮັບວ່າ ຂະນະນີ້ທຸກຄົນມາສູ່ດິນແດນທີ່ບໍ່ເຄີຍມີໃຜຮູ້ຈັກມາກ່ອນ ແລະ ໂລກບໍ່ເຄີຍພົບກັບໂຣກທາງເດີນຫາຍໃຈທີ່ລະບາດໄປໃນກຸ່ມຄົນຕ່າງໆຫຼາຍ ຄືກັບໄວຣັສໂຄໂຣນາ ຫຼື ໂຄວິດ-19 ນີ້.

ທາງອົງການອະນາໄມໂລກຍັງເຊື່ອວ່າ ໂລກຮັບມືກັບໂຄໂຣນາໄດ້ດ້ວຍວິທີການທີ່ຖືກຕ້ອງ ເຊິ່ງວິທີການທີ່ຖືກຕ້ອງຄືການໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ການແຜ່ລະບາດ.

ເມື່ອເວລາ 08.30 ນາທີ ຂອງວັນນີ້ ຈຳນວນສະສົມຂອງຜູ້ຕິດເຊື້ອໄວຣັດໂຄໂຣນາ ຫຼື ໂຄວິດ-19 ທົ່ວໂລກຢູ່ທີ່ 95, 481 ຄົນ ແລະ ເສຍຊີວິດ 3,285 ຄົນທົ່ວໂລກ (ຂໍ້ມູນຈາກ Worldometer) ແລະ ຕົວເລກຜູ້ຕິດເຊື້ອລາຍໃໝ່ໃນປະເທດຈີນ ເຊິ່ງເປັນປະເທດສູນກາງແຜ່ລະບາດຂອງໂຣກນີ້ ຈະຫຼຸດລົງ ແຕ່ໃນຕ່າງປະເທດກໍ່ພົບຜູ້ປ່ວຍລາຍໃໝ່ລາຍຂຶ້ນເລື່ອຍໆ ທັງໃນປະເທດອິຣ່ານ, ເກົາຫຼີໃຕ້, ຍີ່ປຸ່ນ, ອິຕາລີ ແລະ ເຢຍລະມັນ.

 

ຮຽບຮຽງຂ່າວ: ພຸດສະດີ

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...