spot_img
Homeຂ່າວຕ່າງປະເທດປິງ​ໂຕ​ເທົ່າ​ນິ້ວ​ໂປ້​ຢູ່ໃນດັງ​ດົນ​ນັບ​ເດືອນ

ປິງ​ໂຕ​ເທົ່າ​ນິ້ວ​ໂປ້​ຢູ່ໃນດັງ​ດົນ​ນັບ​ເດືອນ

Published on

z-1_6

 
           ເມື່ອ​ວັນທີ່ 12 ຕຸລາ 2557 ເວັບ​ໄຊ ມິເທີ ຂອງອັງກິດ ເປີດ ເຜີຍ​ເລື່ອງ​ລາວ​ສຸດ​ຕົກໃຈ ​ທີ່ເກິດຂື້ນ​ກັບ ແດ​ເນຍ​ລາ ລິ​ເວ​ລາ​ນີ ສາວ​ອາຍຸ 24 ປີ ເມື່ອ​ປິງ​ໄດ້​ເຂົ້າໄປ​ຈັບຢູ່​ພາຍ​ໃນ​ໂພງ​ດັງ​ນາງ​ດົນ​ນັບ​ເດືອນ ຫລັງ​ຈາກ​ທີ່​ນາງ​ອອກ​ທ່ອງ​ທ່ຽວ​ອາຊີ​ຕະເວັນ​ອອກ​ສຽງ​ໃຕ້
ເຫດການ​ນີ້​ເກີດ​ຂຶ້ນ​ລະຫວ່າງ​ທີ່​ ລິ​ເວ​ລາ​ນີ ​ໄປ​ຜະ​ຈົນ​ໄພ​ໃນ​ຫວຽດ​ນາມ​ເມື່ອ​ເດືອນ ກັນຍາ​ທີ່​ຜ່ານມາ ລິ​ເວ​ລາ​ນີ ​ມີ​ເລືອດ​ດັງໄຫລ​ອອກ​ມາ​ຫລາຍເທື່ອ ແຕ່​ເຖິງ​ຢ່າງ​ນັ້ນ​ນາງ​ກໍ​ບໍ່​ໄດ້​ຄິດວ່າ​ມັນ​ຜິດ​ປົກກະຕິ​ຫຍັງ ນາງ​ຄິດວ່າ​ໜ້າ​ຈະ​ມາ​ຈາກ​ເສັ້ນ​ເລືອດ​ໃນ​ໂພງ​ດັງ​ແຕກ​ຫລັງ​ຈາກ​ທີ່​ປະ​ສົບ​ອຸບັດເຫດ​ລົດ ຈັດລົ້ມ​​ເທົ່າ​ນັ້ນ ຢ່າງໃດ​ກໍ​ດີ ເມື່ອ​ນາງ​ເດິນທາງ​ກັບ​ເຮືອນ​ທີ່​ເມືອງ​ກາດ​ໂກ ສະ​ກອດ​ແລນ ອາການ​ນີ້​ກໍ​ຄ່ອຍ​ໆ ຫາຍ​ໄປ ນາງ​ກໍ​ຄິດວ່າ​ແຜ​ໃນ​ໂພງ​ດັງ​ນາງ​ຄົງ​ຈະ​ເລີ່ມ​ເຊົາ​ດີ​ແລ້ວ
      ຈົນກະທັ້ງເມື່ອ​ອາທິດ​ທີ່​ຜ່ານມາ ລິ​ເວ​ລາ​ນີ​ກໍ​ຕ້ອງ​ຕົກ​ໃຈ​ເມື່ອ​ພົບ​ວ່າ​ມີ​ປິງ​ໂຕ​ເປັນໆ ອາໄສ​ຢູ່ໃນ​ໂພງ​ດັງ​ນາງ ຈຶ່ງ​ຮີບ​​ໄປ​ພົບໝໍທີ່​ໂຮງໝໍ​ທັນ​ທີ ກ່ອນ​ທີ່​ແພດໝໍ ​ຈະ​ນຳ​ປິງ​ຍາວ​ກວ່າ 3 ນິ້ວ ອອກ​ມາ​ຈາກ​ໂພງ​ດັງ​ນາງ
      ລິ​ເວ​ລາ​ນີ​ເປີດ​ເຜີຍ​ວ່າ ມື້ໜຶ່ງ​ຕອນ​ທີ່​ນາງ​ອາບ​ນ້ຳ​ຢູ່ ນາງ​ຮູ້ສຶກ​ວ່າ​ມີ​ຫຍັງ​ບາງຢ່າງ​ເຄື່ອນ​ໄຫວ​ຢູ່​ພາຍ​ໃນ​ໂພງ​ດັງ ຈຶ່ງ​ພະຍາຍາມ​ສັ່ງ​ຂື້ມູກ ​ແລະ ​ຂວັນ​ອອກ​ມາ ແຕ່​ກໍ​ບໍ່​ສຳ​ເລັດ​ເພາະ​ມັນ​ຊ້ຳພັດເຂົ້າໄປ​ເລິກ​ກວ່າ​ເກົ່າ ນາງ​ຈຶ່ງ​ໄປ​ສ່ອງ​ໄຟ​ເບິ່ງ​ດີໆ ກໍ​ພົບ​ວ່າ​ມັນ​ເປັນ​ສິ່ງ​ມີ​ຊີວິດ​ແລ້ວ​ຮີບ​ໄປ​ພົບ​ແພດ ຊຶ່ງ​ເມື່ອ​ແພດ​ເອົາ​ເຈົ້າ​ປິງ​ຕົວ​ນີ້​ອອກ​ມາ​ໄດ້​ກໍ​ພົບ​ວ່າ​ມັນ​ມີ​ຄວາມ​ຍາວ​ປະ​ມານ​ນິ້ວ​ຊີ້ ຂອງ​ນາງ ແຕ່​ຕຸ້ຍຊ່ຳນີ້ວໂປ້
      ຢ່າງໃດ​ກໍ​ດີ​ ລິ​ເວ​ລາ​ນີ​ ບໍ່​ຮູ້​ແທ້ໆ ວ່າ​ປິງ​ຕົວ​ນີ້​ເຂົ້າໄປ​ໃນ​ໂພງ​ດັງ​ຂອງ​ນາງ​ຕອນ​ໃດ ແຕ່​ຜູ້​ຊ່ຽວຊານ​ຄາດ​ວ່າ​ປິງ​ໜ້າ​ຈະ​ເຂົ້າ​ດັງ​ນາງ​ລະຫວ່າງ​ທີ່​ກຳ​ລັງ​ຫລິ້ນ​ນ້ຳ​ຢູ່ ຫລື​ອາດ​ດື່ມ​ໄປ​ພ້ອມ​ກັບ​ນ້ຳ​ດື່ມ​ຕັ້ງ​ແຕ່​ປິງ​ຍັງ​ໂຕນ້ອຍ​ໆ ນອກ​ຈາກ​ນີ້​ແພດ​ຍັງ​ເປີດ​ເຜີຍ​ອີກວ່າ ໂຊກດີ​ຫລາຍ​ ທີ່​ນາງ​ຄົ້ນ​ພົບ​ ແລະ​ ເອົາ​ມັນ​ອອກ​ໄດ້​ທັນ​ເວລາ ເພາະ​ຖ້າ​ຫາກ​ປ່ອຍ​ໄວ້​ດົນ​ກວ່າ​ນີ້ ປິງ​ຕົວ​ນີ້​ອາດ​ຂຶ້ນ​ສະຫມອງ​ຂອງ​ນາງ​ໄດ້​ເລີຍ

 

 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...