spot_img
Homeຂ່າວພາຍ​ໃນໂອລິມປິກເກມສ໌ 2020 ມີຄວາມເປັນໄປໄດ້ທີ່ຈະຖືກຍົກເລີກຍ້ອນໂຄວິດ-19

ໂອລິມປິກເກມສ໌ 2020 ມີຄວາມເປັນໄປໄດ້ທີ່ຈະຖືກຍົກເລີກຍ້ອນໂຄວິດ-19

Published on

ສຳນັກຂ່າວ China Daily ລາຍງານວ່າ ສະມາຊິກອາວຸໂສຂອງຄະນະກຳມະການ ໂອລິມປິກນານາຊາດ ກ່າວໃນວັນອັງຄານທີ່ຜ່ານມາວ່າ ຖ້າຫາກພິສູດໄດ້ວ່າການຈັດໂອລິມປິກເກມສ໌ 2020 ທີ່ໂຕກຽວ ໄລຍະລະດູຮ້ອນນີ້ ມີຄວາມອັນຕະລາຍໃນການແຜ່ລະບາດຂອງໄວຣັສໂຄໂຣນາຫຼາຍເກີນໄປ, ມີຄວາມເປັນໄປໄດ້ທີ່ຜູ້ຈັດງານຈະຍົກເລີກການຈັດງານຄັ້ງນີ້ ຫຼາຍກວ່າຄວາມເປັນໄປໄດ້ທີ່ຈະເລື່ອນ ຫຼື ຍ້າຍບ່ອນຈັດ.

ທ່ານ ດິກ ພາວ (Dick Pound), ອະດິດແຊມປ້ຽນກິລາລອຍນໍ້າ ຊາວການາດາ ເຊິ່ງເປັນໜຶ່ງໃນຄະນະກຳມະການ ໂອລິມປິກນານາຊາດ (International Olympic Commitee) ມາຕັ້ງແຕ່ປີ 1978, ເຊິ່ງຖືໄດ້ວ່າເປັນສະມາຊິກທີ່ຢູ່ໃນຄະນະກຳມະການດົນທີ່ສຸດ ໄດ້ຄາດການວ່າ ການຕັດສິນຊະຕາໂອລິມປິກເກມສ໌ໃນໂຕກຽວ ແມ່ນອາດໃຊ້ເວລາ 2-3 ເດືອນ ແລະ ສາມາດຮູ້ຜົນການຕັດສິນໄດ້ປະມານໄລຍະເດືອນ ພຶດສະພາ ປີນີ້.

 

ຮຽງຮຽງຂ່າວ: ລັດສະໝີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...