spot_img
Homeຂ່າວຕ່າງປະເທດວິກິດທາງການເມືອງນາຍົກມາເລເຊຍລາອອກຈາກຕຳແໜ່ງ

ວິກິດທາງການເມືອງນາຍົກມາເລເຊຍລາອອກຈາກຕຳແໜ່ງ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກຸລາລຳເປີ ປະເທດມາເລເຊຍ ເມື່ອວັນທີ 24 ກຸມພາ ວ່າ ທຳນຽບນາຍົກລັດຖະມົນຕີມາເລເຊຍອອກຖະແຫຼງການເມື່ອວັນຈັນນີ້ວ່າ ດຣ. ມະຫາເທຣະ ໂມຮຳໝັດ ໄດ້ຍື່ນໜັງສືລາອອກຈາກຕຳແໜ່ງແກ່ສົມເດັດພຣະຣາຊາທິບໍດີ ອັບດຸລເລາະ  ໂດຍບໍ່ໄດ້ມີການເປີດເຜີຍລາຍລະອຽດເພີ່ມເຕີມ. ຫຼັງຈາກນັ້ນ, ດຣ. ມະຫາເທຣະ ປະກາດຂໍລາອອກຈາກຕຳແໜ່ງຫົວໜ້າພັກເບີຊາຕູອີກດ້ວຍ.

ຄວາມເຄື່ອນໄຫວດັ່ງກ່າວເກີດຂຶ້ນທ່າມກາງ ມໍລະສຸມລູກໃຫຍ່ ໄດ້ກໍ່ຕົວຂຶ້ນຢ່າງກະທັນຫັນ ເມື່ອມີລາຍງານວ່າແກນນຳຂອງພັກເບີຊາຕູຂອງ ດຣ. ມະຫາເທຣະ ໄດ້ຫາລືກັນເມື່ອອາທິດທີ່ຜ່ານມາ ຮ່ວມກັບພັກມະລາຍູ ສາມັກຄີຊາດ (ອຳໂມ) ແລະ ພັກອິສລາມມາເລເຊຍ ກາຍເປັນເຫດໃຫ້ເກີດການສັ່ນຄອນຄວາມໝັ້ນຄົງຂອງ “ປາກາຕັນ ຮາຣາປັນ” ຫຼື ພັນທະມິດແຫ່ງຊາດ ໂດຍມີພັກຄວາມຍຸດຕິທຳປວງຊົນເປັນໜຶ່ງໃນແນວຮ່ວມ.

ດຣ. ມະຫາເທຣະ ໄວອາຍຸ 94 ປີ ຄົນນີ້ຖືວ່າເປັນນັກການເມືອງທີ່ດຳລົງຕຳແໜ່ງຜູ້ນຳລັດຖະບານທີ່ຍາວນານທີ່ສຸດໃນມາເລເຊຍ ແລະ ຍາວນານທີ່ສຸດຂອງໂລກ ເຖິງແມ່ວ່າຈະໄດ້ດຳລົງຕຳແໜ່ງແບບບໍ່ຕໍ່ເນື່ອງກໍ່ຕາມ. ຕະຫຼອດໄລຍະເວລາ 22 ປີ, ດຣ.ມະຫາເທຣະ ດຳລົງຕຳແໜ່ງຫົວໜ້າພັກອຳໂມ ກ່ອນຈະລາອອກເມື່ອປີ 2006 ເພື່ອມາກໍ່ຕັ້ງພັກຂອງຕົນເອງທີ່ມີຊື່ວ່າພັກເບີຊາຕູ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.dailynews

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...