Home​ຂ່າວທ່ອງທ່ຽວວັງວຽງຈະໃຊ້ງົບ 20ລ້ານໂດລາ ປັບປຸງເສັ້ນທາງຮ່ອມໃນເມືອງວັງວຽງໃຫ້ດີຂຶ້ນ

ວັງວຽງຈະໃຊ້ງົບ 20ລ້ານໂດລາ ປັບປຸງເສັ້ນທາງຮ່ອມໃນເມືອງວັງວຽງໃຫ້ດີຂຶ້ນ

Published on

ວິທະຍຸກະຈາຍສຽງແຫ່ງຊາດລາວລາຍງານໃຫ້ຮູ້ວ່າ ອົງການປົກຄອງແຂວງວຽງຈັນຈະນຳໃຊ້ງົບປະມານ 20 ລ້ານໂດລາສະຫະລັດ ຫຼື 176 ຕື້ກີບ ເພື່ອປັບປຸງບັນດາເສັ້ນທາງຮ່ອມ ພາຍໃນເມືອງ ວັງວຽງໃຫ້ດີຂຶ້ນກ່ວາເກົ່າ, ຊຶ່ງຈະເປັນການປະກອບສ່ວນໃນການຊ່ວຍດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວພາຍໃນເມືອງວັງວຽງໃຫ້ຫຼາຍຂຶ້ນກ່ວາເກົ່າ.

ທ່ານ ຄໍາພັນ ສິດທິດໍາພາ, ເຈົ້າແຂວງໆວຽງຈັນ ໃຫ້ຮູ້ວ່າ: ງົບປະມານຈໍານວນດັ່ງກ່າວ ເປັນສ່ວນໜຶ່ງຂອງງົບປະມານທີ່ລັດຖະບານກູ້ຢືມມາຈາກຕ່າງປະເທດໃນອັດຕາດອກເບ້ຍຕໍ່າ ເພື່ອໃຫ້ແຂວງວຽງຈັນ ນຳມາປັບປຸງພື້ນຖານໂຄງລ່າງ ກໍ່ຄື ບັນດາທາງຮ່ອມພາຍໃນເມືອງວັງວຽງ ໃຫ້ດີຂຶ້ນກ່ວາເກົ່າ.

ປະຈຸບັນ, ຂະແຫນງການທີ່ກ່ຽວຂ້ອງຂອງແຂວງພວມສໍາຫຼວດບັນດາເສັ້ນທາງທີ່ຈະຕ້ອງປັບປຸງໃໝ່ຢູ່, ຊຶ່ງຄາດວ່າຈະໄດ້ຮັບການລົງມືຈັດຕັ້ງປະຕິບັດພາຍໃນປີນີ້ ແລະ ຈະໃຫ້ສໍາເລັດພາຍໃນປີ 2023. ຖ້າຫາກບັນດາເສັ້ນທາງຮ່ອມໄດ້ຮັບການປັບປຸງສໍາເລັດ ກໍ່ຈະປະກອບສ່ວນເຮັດໃຫ້ເມືອງວັງວຽງ ມີໂສມໜ້າໃໝ່ທີ່ດີຂຶ້ນກ່ວາເກົ່າ.

ທ່ານເຈົ້າແຂວງໆວຽງຈັນ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບການປັບປຸງພື້ນຖານໂຄງລ່າງແລ້ວ, ອົງການປົກຄອງແຂວງວຽງຈັນ ຍັງມີແຜນທີ່ຈະເພີ່ມກິດຈະກໍາການທ່ອງທ່ຽວຢູ່ເມືອງວັງວຽງໃຫ້ຫຼາຍຂຶ້ນກ່ວາເກົ່າ, ເນື່ອງຈາກວ່າ ປະຈຸບັນນີ້, ມີນັກລົງທຶນກຳລັງດຳເນີນການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງກະຕ່າລອຍຟ້າເພື່ອຊົມທີວທັດຂອງເມືອງວັງວຽງທີ່ຄ້າຍຄືການບໍລິການຢູ່ຕ່າງປະເທດ ແລະ ກິດຈະກໍາອື່ນໆອີກ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...