Homeຂ່າວພາຍ​ໃນອາຊຽນ-ຈີນ ຮ່ວມມືຕ້ານໄວຣັດໂຄໂຣນາ 4 ປະເທດສະມາຊິກອາຊຽນຍັງບໍ່ພົບຜູ້ຕິດເຊື້ອ

ອາຊຽນ-ຈີນ ຮ່ວມມືຕ້ານໄວຣັດໂຄໂຣນາ 4 ປະເທດສະມາຊິກອາຊຽນຍັງບໍ່ພົບຜູ້ຕິດເຊື້ອ

Published on

ສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບບັນຫາການແຜ່ລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ (ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື COVID-19) ທີ່ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ກຸມພາ 2020 ໂດຍອາຊຽນຈະຮ່ວມມືກັນຢ່າງໃກ້ຊິດໃນການຮັບມືການແຜ່ລະບາດ ເພື່ອຄວາມປອດໄພຂອງປະຊາຊົນໃນສະມາຄົມອາຊຽນ ໃນຂະນະທີ່ລັດຖະມົນຕີກະຊວງການປະເທດຈີນໄດ້ມີການສົນທະນານອກຮອບກັບລັດຖະມົນຕີຂອງແຕ່ລະປະເທດ.

ໃນກອງປະຊຸມດັ່ງກ່າວຍັງໄດ້ຕົກລົງກັນໃນການແລກປ່ຽນຂໍ້ມູນຂ່າວສານ, ການຝຶກອົບຮົມວິຊາການແພດ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທາງດ້ານອຸປະກອນການແພດ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ COVID-19.

ໃນອະນາຄົດກໍ່ຈະສືບຕໍ່ຮ່ວມມືກັນສ້າງສະພາບແວດລ້ອມໃຫ້ປອດໄພ ແລະ ໜ້າຢູ່ ເພື່ອຫຼຸດຜ່ອນການລະບາດຂອງພະຍາດ ທີ່ອາດຈະເປັນຜົນກະທົບທາງດ້ານການພັດທະນາເສດຖະກິດ-ສັງຄົມ.

ການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາໃນປັດຈຸບັນ, ອາຊຽນພົບຜູ້ຕິດເຊື້ອຫຼາຍປະເທດຄື: ປະເທດໄທ, ສິງກະໂປ, ຟິລິບປິນ, ຫວຽດນາມ ແລະ ກຳປູເຈຍ ສ່ວນປະເທດອິນໂດເນເຊຍ, ບຣູໄນ, ລາວ ແລະ ມຽນມາ ຍັງບໍ່ພົບຜູ້ຕິດເຊື້ອ. ເຊິ່ງມາດຕະການຮັບມື ແລະ ປ້ອງກັນເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຂອງແຕ່ລະປະເທດໃນອາຊຽນແມ່ນມີຄວາມແຕກຕ່າງກັນ ໂດຍສະເພາະປະເທດສິງກະໂປໄດ້ໃຊ້ມາດຕະການເດັດຂາດທີ່ສຸດໃນບັນດາປະເທດສະມາຊິກອາຊຽນຄືການລະງັບການເຂົ້າເມືອງຂອງຊາວຕ່າງຊາດທີ່ມີການຜ່ານແດນທີ່ຈີນ ຫຼື ປະຫວັດຄົນທີ່ເຄີຍໄປທ່ຽວທີ່ຈີນໃນໄລຍະ 14 ວັນ ກ່ອນຈະເຂົ້າສິງກະໂປ ແລະ ທາງດ້ານຟິລິບປິນກັບມາເລເຊຍກໍ່ໄດ້ໃຊ້ມາດຕະການຄວບຄຸມໃນບາງສ່ວນ.

 

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...