spot_img
Homeຂ່າວທ້ອງຖິ່ນປກສ ນວ ກວດພົບຄົນຕ່າງປະເທດລະເມີດກົດໝາຍລາວກວ່າ 2.000 ຄົນ ໃນປີ 2019

ປກສ ນວ ກວດພົບຄົນຕ່າງປະເທດລະເມີດກົດໝາຍລາວກວ່າ 2.000 ຄົນ ໃນປີ 2019

Published on

ໜັງສືພິມປ້ອງກັນຄວາມສະຫງົບລາຍງານເມື່ອວັນທີ 19 ກຸມພາ 2020 ວ່າ ພາຍໃນປີ 2019 ທີ່ຜ່ານມາ ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ນະຄອນຫຼວງວຽງຈັນ (ນວ) ກວດພົບຄົນຕ່າງປະເທດທີ່ລະເມີດກົດໝາຍ-ກົດລະບຽບ ຂອງ ສປປ ລາວ ຈໍານວນ 290 ຄັ້ງ, ມີທັງໝົດ 2.000 ກວ່າຄົນ, ມີ 17 ສັນຊາດ; ໃນນັ້ນ ລັກປະກອບອາຊີບມີ 1.737 ຄົນ ຍິງ 678 ຄົນ ລວມມີ 14 ສັນຊາດ ທີ່ຍົກໃຫ້ເຫັນໃນກອງປະຊຸມສະຫຼຸບວຽກງານ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ປະຈໍາປີ 2019 ໃນວັນທີ 18 ກຸມພາ 2020, ເປັນປະທານໂດຍ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ, ພ້ອມທັງມີ ຫົວໜ້າ-ຮອງຫົວໜ້າພະແນກ, ປກສ ເມືອງ, ຫ້ອງການ ແລະ ແຂກຮັບເຊີນເຂົ້າຮ່ວມ. ມາດຕະການໃນການຈັດການຕໍ່ຜູ້ກະທຳຜິດມີດັ່ງນີ້:

  1. ໄດ້ສຶກສາອົບຮົມ-ປັບໃໝ ແລະ ກໍານົດໃຫ້ກັບຄືນປະເທດ ຈໍານວນ 895 ຄົນ ຍິງ 366 ຄົນ ມີ 10 ສັນຊາດ.
  2. ສຶກສາອົບຮົມ-ປັບໃໝແລ້ວປະກອບເອກະສານຄືນ ຈໍານວນ 50 ຄົນ ຍິງ 15 ຄົນ ມີ 8 ສັນຊາດ.
  3. ສຶກສາອົບຮົມ ແລ້ວສົ່ງເອກະສານຄືນໃຫ້ເຈົ້າຂອງເດີມ ຈໍານວນ 132 ຄົນ ຍິງ 29 ຄົນ ມີ 3 ສັນຊາດ.
  4. ສົ່ງໃຫ້ຫ້ອງຕໍາຫຼວດດໍາເນີນຄະດີ 1 ຄົນ 1 ສັນຊາດ.
  5. ສະເໜີຂຶ້ນບັນຊີຫ້າມເຂົ້າ ສປປ ລາວ ຈໍານວນ 329 ຄົນ ຍິງ 85 ຄົນ ມີ 5 ສັນຊາດ.
  6. ກໍາລັງດຳເນີນຄະດີ ຈໍານວນ 47 ຄົນ ຍິງ 19 ຄົນ ມີ 4 ສັນຊາດ.

ຄຽງຄູ່ກັນນັ້ນ, ຍັງໄດ້ເກັບກໍາຄົນຕ່າງປະເທດທີ່ມາພັກເຊົາ ໄດ້ຈໍານວນ 11.372 ຄົນ ຍິງ 2.999 ຄົນ ເຊິ່ງໃນນັ້ນມີລາຍລະອຽດດັ່ງນີ້:

  1. ພັກເຊົາບໍ່ຖືກຕ້ອງ ຈໍານວນ 731 ຄົນ ຍິງ 873.
  2. ມີຄະດີເກີດຂຶ້ນ 64 ເລື່ອງ, ກັກຕົວ 62 ຄົນ 10 ສັນຊາດ, ແກ້ໄຂແລ້ວ 53 ຄົນ 8 ສັນຊາດ.
  3. ຮັບເອກະສານຂາເຂົ້າຂໍແຕ່ງດອງຢູ່ລາວ ມີ 201 ຄູ່ 27 ສັນຊາດ, ເອກະສານຂາອອກ ມີ 192 ຄູ່ 25 ສັນຊາດ.
  4. ເອກະສານຂາເຂົ້າຂໍແຕ່ງດອງຢູ່ຕ່າງປະເທດ ມີ 436 ຄູ່ 15 ສັນຊາດ, ເອກະສານຂາອອກ ມີ 40 ຄູ່ 5 ສັນຊາດ.
  5. ຮັບເອກະສານຂໍຢູ່ລາວຖາວອນ ມີ 145 ຊຸດ 330 ຄົນ ຍິງ 107 ຄົນ 15 ສັນຊາດ ແລະ ເອກະສານຂາອອກ ມີ 139 ຊຸດ 304 ຄົນ ຍິງ 75 ຄົນ 13 ສັນຊາດ.

ນອກນັ້ນ, ຍັງອອກປື້ມຜ່ານແດນໄດ້ 117.000 ຫົວ, ອອກໃບຜ່ານແດນໄດ້ 1.500 ໃບ; ກວດຄົນເຂົ້າ-ອອກເມືອງຜ່ານດ່ານ ຄົນເຂົ້າມີ 2.152.052 ຄົນ ຍິງ 1.263.538 ຄົນ, ຄົນອອກມີ 2.050.024 ຄົນ ຍິງ 1.265.170 ຄົນ; ກວດກາລົດເຂົ້າ-ອອກຜ່ານດ່ານ ມີລົດເຂົ້າ 367.179 ຄັນ, ລົດອອກ 382.764 ຄັນ; ອອກໃບຜ່ານແດນຊົ່ວຄາວຢູ່ດ່ານ ມີ 10.800 ໃບ ມີຜູ້ຕິດຕາມ 786 ຄົນ; ອະນຸຍາດໃຫ້ຄົນເຈັບສຸກເສີນ ຂ້າມໄປປິ່ນປົວຢູ່ໄທ ນອກໂມງລັດຖະການ 266 ຄັ້ງ ມີ 266 ຄົນ ຍິງ 153 ຄົນ ມີຜູ້ຕິດຕາມ 322 ຄົນ ຍິງ 147 ຄົນ.

  1. ກວດພົບຄົນທີ່ມີໃນບັນຊີຫ້າມເຂົ້າ 22 ຄົນ ຍິງ 9 ຄົນ, ຫ້າມອອກ 25 ຄົນ ຍິງ 7 ຄົນ.
  2. ກວດພົບບຸກຄົນທີ່ມີຄໍາສັ່ງຈັບຕົວ ມີ 15 ຄົນ ຍິງ 6 ຄົນ.
  3. ກວດພົບຜູ້ລະເມີດລະບຽບການເຂົ້າ-ອອກເມືອງ 15 ຄົນ ຍິງ 6 ຄົນ.
  4. ຮັບຜູ້ຖືກເຄາະຮ້າຍຈາກເຈົ້າໜ້າທີ່ໄທ 46 ຄົນ ຍິງ 25 ຄົນ.
  5. ກັກຕົວຜູ້ລັກລອບເຂົ້າເມືອງຜິດກົດໝາຍ 1 ຄົນ.
  6. ໄດ້ຮັບຄໍາຮ້ອງຟ້ອງ 24 ສະບັບ ມີ 6 ສັນຊາດ, ແກ້ໄຂໄດ້ 18 ສະບັບ ມີ 5 ສັນຊາດ, ຍັງຄ້າງ9 ສະບັບ 1 ສັນຊາດ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...