Homeຂ່າວທ້ອງຖິ່ນການເງິນ ແລະ ເສດຖະກິດຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບລາງວັນ Top Country

ຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບລາງວັນ Top Country

Published on

ໜັງສືພິມວຽງຈັນທາມລາຍງານເມື່ອວັນທີ 19 ກຸມພາ 2020 ວ່າ ສປປ ລາວ ໄດ້ຮັບລາງວັນອັນດັບທີ 3 ໂດຍໄດ້ຮັບຄະແນນສຽງ (96.25%) ປະເທດຍອດນິຍົມ ແຫ່ງການທ່ອງທ່ຽວຂອງໂລກ (Top Country) ຈາກຜົນການລົງຄະແນນສຽງຂອງຜູ້ອ່ານວາລະສານ Wanderlust ຜ່ານທາງອອນລາຍ 8,500 ກວ່າຄົນ.

ເມື່ອບໍ່ດົນມານີ້F ທ່ານ ພົງສະຫວັນ ສີສຸລາດ ເອກອັກຄະລັດຖະທູດລາວ ປະຈໍາປະເທດອັງກິດ ໄດ້ຕາງໜ້າ ສປປ ລາວ ເຂົ້າຮ່ວມງານປະກາດລາງວັນ ຂອງວາລະສານການທ່ອງທ່ຽວ Wanderlust ຂອງປະເທດອັງກິດ ປະຈຳປີ 2020 (Wanderlust Reader Travel Award 2020).

ສຳລັບຜົນການປະກາດລາງວັນອັນດັບທີ 1 ຂອງ Top Country ແມ່ນປະເທດ ນາມີເບຍ ດ້ວຍຄະແນນ (96.77%), ອັນດັບທີ 2 ແມ່ນປະເທດ ເປຣູ ດ້ວຍຄະແນນ (96.33%) ແລະ ອັນດັບທີ 3 ແມ່ນ ສປປ ລາວ ດ້ວຍຄະແນນ (96.25%).

​ການຮັບລາງວັນຄັ້ງນີ້ ຖືເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບລາງວັນ ປະເພດ Top Country ຜ່ານມາ ມີພຽງແຕ່ ຫຼວງພະບາງ ທີ່ໄດ້ຮັບລາງວັນອັນດັບທີ 1 ປະເພດເມືອງຍອດນິຍົມແຫ່ງການທ່ອງທ່ຽວຂອງໂລກ (Best City ຫຼື Top City) ຊຶ່ງໄດ້ຮັບມາແລ້ວ 8 ຄັ້ງ ແລະ ກໍ່ຕິດ 1 ໃນ 10 ເມືອງຍອດນິຍົມແຫ່ງການທ່ອງທ່ຽວຂອງໂລກມາຫຼາຍຄັ້ງ ຕັ້ງແຕ່ປີ 2006. ໂດຍສະເພາະລາງວັນໃນຄັ້ງນີ້ ຖືເປັນຂີດໝາຍທີ່ສຳຄັນ ທີ່ເຮັດໃຫ້ຊື່ “Laos” ປະກົດຕົວໃນສື່ອອນລາຍຂອງວົງການທ່ອງທ່ຽວໂລກເປັນຄັ້ງທຳອິດ ແລະ ຍັງສະແດງໃຫ້ເຫັນວ່າ ບໍ່ສະເພາະແຕ່ ຫຼວງພະບາງ ເທົ່ານັ້ນ ແຕ່ຍັງມີຫຼາຍຂົງເຂດອື່ນໆອີກຂອງ ສປປ ລາວ ທີ່ເປັນແຫຼ່ງທ່ອງທ່ຽວທີ່ໜ້າປະທັບໃຈເຊັ່ນກັນ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...