Homeຂ່າວທ້ອງຖິ່ນທະນາຄານແຫ່ງປະເທດລາວແຈ້ງເຕືອນ! ລະວັງເງິນປອມໃບ 50.000 ກີບ ກຳລັງລະບາດ

ທະນາຄານແຫ່ງປະເທດລາວແຈ້ງເຕືອນ! ລະວັງເງິນປອມໃບ 50.000 ກີບ ກຳລັງລະບາດ

Published on

ໜັງສືພິມວຽງຈັນທາມລາຍງານເມື່ອວັນທີ 19 ກຸມພາ 2020 ວ່າ ຫ້ອງການທະນາຄານແຫ່ງປະເທດລາວໄດ້ອອກແຈ້ງການໃນວັນທີ 17 ກຸມພາ 2020 ທີ່ຜ່ານມາ ເຖິງ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ, ຕໍາຫຼວດ ໃນຂອບເຂດທົ່ວປະເທດໃຫ້ລະວັງ ທະນະບັດປະເພດໃບ 50.000 ກີບປອມຍ້ອນວ່າປະຈຸບັນນີ້ໄດ້ມີກຸ່ມຄົນບໍ່ດີຈໍານວນໜຶ່ງລັກລອບປອມທະນະບັດດັ່ງກ່າວອອກມາຈໍລະຈອນໃຊ້ຈ່າຍໃນສັງຄົມດ້ວຍຮູບແບບການນໍາ ເອົາທະນະບັດແທ້ໄປອັດສໍາເນົາສີ (copy) ໃສ່ເຈ້ຍ A4 ທໍາມະດາ, ເຮັດໃຫ້ມີສີສັນລວດລາຍຄ້າຍຄືກັບ ທະນະບັດແທ້, ຊຶ່ງເຈົ້າໜ້າທີ່ໄດ້ກວດພົບເງິນປອມ ເປັນທະນະບັດໃບ 50.000 ກີບ ຢູ່ ເຂດເມືອງ ຫີນບູນ ແຂວງ ຄໍາມ່ວນ.

ວິທີສັງເກດທະນະບັດປອມສາມາດສັງເກດໄດ້ດັ່ງນີ້: ເຈ້ຍຈະເປັນທໍາມະດາ ເມື່ອເອົາມືສໍາຜັດຈະຮູ້ສຶກມື່ນບໍ່ມີຄວາມຄົງທົນຕໍ່ອາກາດປຽກຊຸ່ມ, ຮູບລາຍນໍ້າປະທານໄກສອນ ພົມວິຫານ ເປັນຮູບພິມດ້ວຍມຶກສີດຽວ ຈະບໍ່ຝັງໃນເນື້ອເຈ້ຍ ຈະເຫັນເປັນຮູບແຕ້ມທໍາມະດາ ເມື່ອຍົກສ່ອງໃສ່ກັບແສງສະຫວ່າງ ແລະ ເສັ້ນໃຍສັງເຄາະສີຟ້າ ແລະ ສີແດງຈະບໍ່ເຮືອງແສງ ອື່ນໆ.

ໃນໄລຍະທີ່ຜ່ານມາເຈົ້າໜ້າທີ່ກ່ຽວຂ້ອງກໍ່ສາມາດຈັບກຸມກຸ່ມຄົນທີ່ລັກລອບປອມທະນະບັດປະເພດໃບ 50.000 ກີບມາແລ້ວ ຢູ່ຕະຫຼາດກາງຄືນແຄມຂອງ ສວນເຈົ້າອານຸວົງ, ນະຄອນຫຼວງວຽງຈັນ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...