spot_img
Homeຂ່າວທ້ອງຖິ່ນປະຊາຊົນທີ່ອາໃສໃກ້ແມ່ນໍ້າລີກຊ່ວງນີ້ຫ້າມ (ດື່ມ ຫຼື ອາບ) ແລະ ກິນປາທີ່ຕາຍເດັດຂາດ

ປະຊາຊົນທີ່ອາໃສໃກ້ແມ່ນໍ້າລີກຊ່ວງນີ້ຫ້າມ (ດື່ມ ຫຼື ອາບ) ແລະ ກິນປາທີ່ຕາຍເດັດຂາດ

Published on

ຫົວໜ້າຫ້ອງການເມືອງ ກາສີ ໄດ້ອອກແຈ້ງການສະບັບເລກທີ 038/ຫວມ.ກສ, ລົງວັນທີ 17 ກຸມພາ 2020 ວ່າ ຫ້າມນຳເອົານໍ້າລີກມາບໍລິໂພກ (ດື່ມ ຫຼື ອາບ) ແລະ ກິນປາທີ່ຕາຍຢ່າງເດັດຂາດ.

ປັດຈຸບັນເຫັນວ່າມີສະພາບນໍ້າຂຸ່ນຜິດປົກກະຕິ (ນໍ້າເປັນພິດ) ເຊິ່ງມັນໄດ້ສະແດງອອກໃຫ້ເຫັນປາຕາຍຢູ່ຫຼາຍຈຸດ ແຕ່ຍັງບໍ່ຮູ້ວ່າສາເຫດມັນເກີດຂຶ້ນຍ້ອນຫຍັງ. ສະນັ້ນ, ຈຶ່ງແຈ້ງມາຍັງບັນດາອົງການຈັດຕັ້ງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນທີ່ຢູ່ໃກ້ກັບນໍ້າລີກ ເມືອງ ກາສີ ແຂວງ ວຽງຈັນ ໃນໄລຍະນີ້ບໍ່ໃຫ້ບໍລິໂພກ (ດື່ມ ຫຼື ອາບ) ແລະ ບໍ່ໃຫ້ກິນປາຕາຍເດັດຂາດ ເພາະອາດເກີດຈາກສານເຄມີທີ່ປົນເປື້ອນຢູ່ໃນນໍ້າເຊິ່ງມັນສົ່ງຜົນສະທ້ອນບໍ່ດີຕໍ່ສຸຂະພາບ, ໃຫ້ລໍຖ້າຜົນການວິໄຈໃຫ້ຮູ້ສາເຫດລະອຽດກ່ອນ ຈຶ່ງຈະແຈ້ງໃຫ້ຊາບຕາມພາຍຫຼັງ.

ຮຽບຮຽງຂ່າວ:​ ພຸດສະດີ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...