Homeຂ່າວທ້ອງຖິ່ນອະດີດອໍານວຍການລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ ຖືກຕັດສິນຈຳຄຸກຕະຫຼອດຊີວິດ ໃນຂໍ້ຫາສໍ້ລາດບັງຫຼວງ!

ອະດີດອໍານວຍການລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ ຖືກຕັດສິນຈຳຄຸກຕະຫຼອດຊີວິດ ໃນຂໍ້ຫາສໍ້ລາດບັງຫຼວງ!

Published on

ໜັງສືພິມລາວພັດທະນາລາຍງານໃຫ້ຮູ້ວ່າ ເມື່ອທ້າຍອາທິດຜ່ານມານີ້, ສານປະຊາຊົນນະຄອນຫຼວງວຽງຈັນ, ໄດ້ຕັດສິນລົງໂທດພະນັກງານຂອງລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນທີ່ຂຶ້ນກັບກະຊວງການເງິນຄື: ທ້າວ ຄໍາແພງ ອາຍຸ 62 ປີ ອະດີດຜູ້ອໍານວຍການລັດວິສາຫະກິດດັ່ງກ່າວ, ຢູ່ບ້ານ ຈອມເພັດ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ຈໍາຄຸກຕະຫຼອດຊີວິດ, ພ້ອມທັງປັບໄໝຈໍານວນ 1% ຂອງມູນຄ່າທີ່ຜູ້ກ່ຽວໄດ້ສໍ້ລາດບັງຫຼວງເອົາໄປ, ຮິບທີ່ດິນ 2 ຕອນ, ລົດໃຫຍ່ 2 ຄັນເປັນຂອງລັດ ແລະ ພ້ອມທັງໃຫ້ໃຊ້ເງິນທີ່ຍັງຄ້າງຄືນໃຫ້ລັດທັງໝົດ, ພ້ອມນີ້ ແລະ ສານຍັງໄດ້ຕັດສີນລົງໂທດພະນັກງານທີ່ຮ່ວມກະທໍາຜິດປະກອບມີ: ທ້າວ ຈັນທະວີສຸກ ອາຍຸ 57 ປີ ຢູ່ບ້ານ ຈອມແຈ້ງ, ເມືອງ ສີສັດຕະນາກ, ທ້າວ ພອນປະເສີດ ອາຍຸ 48 ປີ ຢູ່ບ້ານ ພະຂາວ ເມືອງ ໄຊທານີ ແລະ ທ້າວ ພູສົມບູນ ອາຍຸ 38 ປີຢູ່ບ້ານ ປາກດົງ, ເມືອງ ທ່າແຂກ ແຂວງ ຄໍາມ່ວນ ໃຫ້ຈໍາຄຸກຜູ້ລະ 18 ປີ, ​ພ້ອມປັບໃໝ 1% ຂອງມູນຄ່າເສຍຫາຍ, ແຕ່ຈໍາເລີຍທັງ 3 ໄດ້ສົ່ງເງິນທີ່ຍັກຍອກຄືນໃຫ້ລັດແລ້ວສານຈຶ່ງພິຈາລະນາຫຼຸດຜ່ອນໂທດເຫຼືອເຄິ່ງໜຶ່ງຄືໃຫ້ຈໍາຄຸກຜູ້ລະ 9 ປີ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ ຈໍາເລີຍທັງ 4 ຄົນ ຖືກເຈົ້າໜ້າທີ່ຈັບຕົວເມື່ອທ້າຍເດືອນມັງກອນ 2019 ຜ່ານມາ, ເຊິ່ງໃນທີ່ປະຊຸມສານໃຫ້ຮູ້ວ່າ: ນັບແຕ່ທ້າວ ຄໍາແພງ ໄດ້ເຂົ້າມາຮັບໜ້າທີ່ເປັນຜູ້ອໍານວຍການລັດວິສາຫະກິດດັ່ງກ່າວນັບແຕ່ປີ 2008 ເປັນຕົ້ນມາ, ກໍເລີ່ມມີການສໍ້ລາດບັງຫຼວງເອົາເງິນຂອງບໍລິສັດຫຼາຍຮູບແບບຄື: ຮັບເງິນນາຍໜ້າຈາກຜູ້ຮັບເໝົາບຸກເບີກເນື້ອທີ່ສ້າງສາງຂອງລັດວິສາຫະກິດບໍລິການຜ່ານແດນຢູ່ແຂວງ ຈໍາປາສັກ ແລະ ຄໍາມ່ວນ, ຕັດຮອນເອົາເງິນຄ່າບໍລິການປ່ຽນຖ່າຍຕູ້ຄອນເທນເນີບ້ວງອາກອນມູນຄ່າເພີ່ມ, ນໍາໃຊ້ບັດວີຊາຂອງຫ້ອງການຖອນເງິນມາໃຊ້ສ່ວນຕົວໃນເວລາໄປຕ່າງປະເທດ ໂດຍໄດ້ຮ່ວມຫົວເຂົ້າກັບພະນັກງານຂອງຕົນຈໍານວນໜຶ່ງ ແລະ ນັກທຸລະກິດທີ່ກ່ຽວພັນກັບວຽກງານທີ່ຕົນເອງຄຸ້ມຄອງເພື່ອສ້າງຄວາມຮັ່ງມີໃຫ້ແກ່ຕົນເອງ ແລະ ພວກພ້ອງແບບບໍ່ຊອບທໍາ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ງົບປະມານລັດເປັນຈໍານວນຫຼາຍຕື້ກີບ. ນອກນີ້, ຜູ້ກ່ຽວຍັງໄດ້ສັ່ງຈ່າຍເງິນບໍາເນັດ-ອຸດໜູນຕ່າງໆໃຫ້ພະນັກງານການນໍາກະຊວງການເງິນ ແລະ ພະນັກງານຂັ້ນການນໍາຂອງແຂວງ ຄໍາມ່ວນ, ຈໍາປາສັກ ແລະ ບໍ່ແກ້ວທີ່ບໍ່ສອດຄ່ອງກັບລະບຽບກົດໝາຍລວມມີທັງໝົດ 343 ຄົນຕົກເປັນມູນຄ່າຫລາຍກວ່າ 6,3 ຕື້ກວ່າກີບ.

 

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...