Homeຂ່າວທ້ອງຖິ່ນຈັບແກ້ງ 3 ອ້າຍນ້ອງຮ່ວມກັນຂາຍຢາເສບຕິດ

ຈັບແກ້ງ 3 ອ້າຍນ້ອງຮ່ວມກັນຂາຍຢາເສບຕິດ

Published on

ໜັງສືພິມປ້ອງກັນຄວາມສະຫງົບລາຍງານໃຫ້ຮູ້ວ່າ ໃນວັນທີ 3 ກຸມພາ 2020, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ໄຊຍະບູລີ ກັກຕົວເປົ້າໝາຍເຄື່ອນໄຫວຄ້າ-ຂາຍຢາເສບຕິດ ປະເພດຢາບ້າໄດ້ 3 ຄົນ ຊື່: ທ້າວ ຢີ ອາຍຸ 21 ປີ, ທ້າວ ບີ່ ອາຍຸ 19 ປີ ແລະ ທ້າວ ໃຈ ອາຍຸ 17 ປີ (ສາມອ້າຍນ້ອງ) ຢູ່ບ້ານ ໜອງໜ່ອງ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ລວມຂອງກາງຢາບ້າ ຈໍານວນ 4.339 ເມັດ ພ້ອມເຄື່ອງຂອງກາງອີກຈໍານວນໜຶ່ງ.

ເຈົ້າໜ້າທີ່ຕໍາຫຼວດໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບລາຍງານວ່າ ມີການເຄື່ອນໄຫວຄ້າ-ຂາຍ ຢູ່ເທດສະບານແຂວງ ໄຊຍະບູລີ ຈຶ່ງໄດ້ນຳໜ່ວຍງານວິຊາສະເພາະລົງຕິດຕາມ. ຮອດເວລາປະມານ 15:00 ໂມງ ຂອງວັນທີ 3 ກຸມພາ 2020 ສາມາດກັກຕົວ ທ້າວ ຢີ, ທ້າວ ບີ່ ແລະ ທ້າວ ໃຈ ພ້ອມທັງເຂົ້າກວດຄົ້ນເຮືອນຂອງເປົ້າໝາຍ ພົບຢາບ້າ ຈໍານວນ 4.339 ເມັດ, ເງິນກີບ 10.000.000 ກີບ, ລົດຈັກ 1 ຄັນ, ໂທລະສັບ 3 ເຄື່ອງ ຈຶ່ງໄດ້ນໍາເອົາພວກກ່ຽວທັງ 3 ຄົນ ມາດຳເນີນການສອບສວນຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການດຽວກັນໄປດໍາເນີນຄະດີຕາມກົດໝາຍ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນວັນທີ 30 ມັງກອນ 2020 ຜ່ານມາ, ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງພຽງ ແຂວງໄຊຍະບູລີ ໄດ້ສົມທົບກັບເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ໄຊຍະບູລີ ເຂົ້າກວດຄົ້ນຫໍພັກນັກສຶກສາແຫ່ງໜຶ່ງຢູ່ເຂດບ້ານ ສວນ ເມືອງ ໄຊຍະບູລີ ສາມາດກັກຕົວ ທ້າວ ເມັງມົວ ອາຍຸ 17 ປີ ຢູ່ບ້ານ ປ່າຊາງ ເມືອງ ຄອບ ແຂວງ ໄຊຍະບູລີ. ຜ່ານການກວດຄົ້ນຫໍພັກພົບເຫັນຢາບ້າ ຈໍານວນ 6.000 ເມັດ, ລົດຈັກ 1 ຄັນ, ໂທລະສັບ 2 ເຄື່ອງ, ປຶ້ມເງິນຝາກປະຢັດ 2 ຫົວ ແລະ ບັດ ATM 1 ບັດ ໄປດໍາເນີນຄະດີ.

ປັດຈຸບັນ, ຄະດີທັງ 2 ແມ່ນຢູ່ໃນລະຫວ່າງການສືບສວນ-ສອບສວນຂອງເຈົ້າໜ້າທີ່ ເພື່ອສະຫຼຸບສຳນວນຄະດີສົ່ງໃຫ້ອົງການໄອຍະການສັ່ງຟ້ອງສານຕັດສິນຕາມກົດໝາຍ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...