Homeຂ່າວທ້ອງຖິ່ນລາວຍັງບໍ່ພົບຜູ້ຕິດເຊື້ອໄວຣັສໂຄໂຣນາ! ນາຍົກເນັ້ນບໍ່ໃຫ້ສັງຄົມກັງວົນຫຼາຍຈົນເກີນໄປ

ລາວຍັງບໍ່ພົບຜູ້ຕິດເຊື້ອໄວຣັສໂຄໂຣນາ! ນາຍົກເນັ້ນບໍ່ໃຫ້ສັງຄົມກັງວົນຫຼາຍຈົນເກີນໄປ

Published on

ໜັງສືພິມວຽງຈັນທາມລາຍງານເມື່ອວັນທີ 6 ກຸມພາ 2020 ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮຽກຮ້ອງມາຍັງປະຊາຊົນລາວບໍ່ໃຫ້ວິຕົກກັງວົນເກີນກວ່າເຫດ ກ່ຽວກັບການລະບາດພະຍາດປອດອັກເສບ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (Novel Corona Virus) ຢູ່ໃນ ສປປ ລາວ ເພາະມາຮອດປະຈຸບັນ ລາວຍັງບໍ່ມີຜູ້ຕິດເຊື່ອດັ່ງກ່າວ.

ລັດຖະບານລາວ ໄດ້ມອບໝາຍໃຫ້ກະຊວງ ສາທາລະນະສຸກ ຕິດຕາມຢ່າງໃກ້ຊິດ ແລະ ລາຍງານຂໍ້ມູນໃຫ້ແກ່ລັດຖະບານເປັນປະຈຳ ນັບແຕ່ຮູ້ຂ່າວວ່າເກີດພະຍາດນີ້ຂຶ້ນ. ຕໍ່ມາ, ໄດ້ມີກອງປະຊຸມດ່ວນ ຂອງນາຍົກ-ຮອງນາຍົກລັດຖະມົນຕີ ຮ່ວມກັບຂະແໜງການກ່ຽວຂ້ອງ ເພື່ອປຶກສາຫາລືກັນ, ໃນນັ້ນ ໄດ້ແຕ່ງຕັ້ງຄະນະສະເພາະກິດໜຶ່ງຂຶ້ນ ຊຶ່ງແມ່ນທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ ເປັນຫົວໜ້າ ແລະ ປະກອບດ້ວຍທຸກພາກສ່ວນທີ່ກ່ຽວຂ້ອງ, ໂດຍໄດ້ມອບໝາຍໃຫ້ຄະນະດັ່ງກ່າວ ປະຕິບັດໜ້າທີ່ໃນການຕິດຕາມກວດກາຢ່າງໃກ້ຊິດ ແລະ ມີມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດດັ່ງກ່າວ ໃນກໍລະນີທີ່ກວດພົບຜູ້ຕິດເຊື້ອ. ໃນວັນທີ 03 ກຸມພາຜ່ານມາ ກໍ່ໄດ້ຈັດກອງປະຊຸມ ເພື່ອທົບທວນຄືນ ການປະຕິບັດໜ້າທີ່ຂອງຄະນະສະເພາະກິດ ແລະ ໃນຕອນເຊົ້າ ຂອງວັນທີ 05 ກຸມພານີ້ ນາຍົກລັດຖະມົນຕີ ກໍ່ໄດ້ເຊີນພາກສ່ວນທີ່ກ່ຽວຂ້ອງມາປະຊຸມຕື່ມອີກ ເພື່ອລາຍງານສະພາບການ, ພ້ອມທັງມອບໝາຍວຽກງານຕ່າງໆຕື່ມອີກ, ອັນສຳຄັນ ແມ່ນມອບໝາຍໃຫ້ເຮັດວຽກໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ໃຫ້ປະຊາຊົນໄດ້ຮັບຊາບ ຢ່າງກວ້າງຂວາງ, ທັນການ ແລະ ເປັນປົກກະຕິ, ທັນການ ເພື່ອໃຫ້ຮູ້ວິທີປ້ອງກັນເປັນຢ່າງດີ.

ທ່ານນາຍົກຍັງໄດ້ອະທິບາຍຕື່ມອີກວ່າ ເຊື້ອໄວຣັສດັ່ງກ່າວນີ້ ເປັນສາຍພັນໃໝ່, ມີຄວາມຮ້າຍແຮງພໍສົມຄວນ, ສາມາດແຜ່ລະບາດໄດ້ໄວ ແລະ ກວ້າງຂວາງ, ເຮັດໃຫ້ຜູ້ຕິດເຊື້ອເສຍຊີວິດໄດ້. ເຖິງຢ່າງໃດກໍ່ຕາມ, ລັດຖະບານ ສປ ຈີນ ໄດ້ອອກຫຼາຍມາດຕະການທີ່ທັນການ ແລະ ມີປະສິດທິຜົນສູງ, ມີການສື່ສານໃຫ້ຂໍ້ມູນຢ່າງກວ້າງຂວາງ ແລະ ທັນເວລາ ຕໍ່ປະຊາຊົນພາຍໃນ ກໍ່ຄືທົ່ວໂລກ ເພື່ອໃຫ້ທຸກພາກສ່ວນ, ທຸກປະເທດ ມີມາດຕະການປ້ອງກັນ, ແລະ ຮັບມື, ຍ້ອນແນວນັ້ນ ຈຶ່ງສາມາດບັ່ນທອນ, ຄວບຄຸມສະຖານະການອັນຮ້າຍແຮງນີ້ໄດ້, ສາມາດຈຳກັດໃນຂອບເຂດໃຫ້ແຄບເຂົ້າ.

ປະຈຸບັນ ຜູ້ຕິດເຊື້ອ ແມ່ນສາມາດໄດ້ຮັບການປິ່ນປົວຫາຍຂາດໄດ້ກວ່າ 900 ຄົນແລ້ວ; ອົງການອະນາໄມໂລກ ກໍ່ຍອມຮັບວ່າ ມາດຕະການຂອງ ສປ ຈີນ ເປັນມາດຕະການທີ່ມີປະສິດທິພາບ, ປະສິດທິຜົນສູງ, ຊຶ່ງ ສປປ ລາວ ໃນຖານະເປັນປະເທດເພື່ອນມິດທີ່ໃກ້ຊິດ ບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນ ໄດ້ມີການປະສານງານກັນຢ່າງໃກ້ຊິດ ແລະ ເປັນປົກກະຕິ. ສປປ ລາວ ມີຄວາມເຫັນອົກເຫັນໃຈເພື່ອນຈີນ ທີ່ປະສົບບັນຫາທີ່ບໍ່ເພິງປາດຖະໜາ, ການນຳຂອງ ສປປ ລາວ ກໍ່ໄດ້ສົ່ງສານສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ແລະ ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານ ແຫ່ງ ສປ ຈີນ ຈະສາມາດແກ້ໄຂ ແລະ ຢັບຢັ້ງການແຜ່ລະບາດຂອງພະຍາດດັ່ງກ່າວ, ພ້ອມທັງເຮັດໃຫ້ສະພາບການພາຍໃນກັບສູ່ຄວາມສະຫງົບ ເປັນປົກກະຕິໂດຍໄວ.

ໃນເວລາດຽວກັນ, ລັດຖະບານ ແລະ ປະຊາຊົນລາວ ກໍ່ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ເບິ່ງແຍງດູແລຄົນລາວ ທີ່ຢູ່ ສປ ຈີນ ເປັນຢ່າງດີ ໂດຍສະເພາະນັກສຶກສາລາວ ຈຳນວນ 37 ຄົນ ທີ່ຢູ່ເມືອງ ອູຮັ່ນ ແລະ ຢູ່ເມືອງ ອື່ນໆ ລວມທັງໝົດ 242 ຄົນ, ຊຶ່ງລັດຖະບານລາວ ໄດ້ມອບໝາຍໃຫ້ກະຊວງການຕ່າງປະເທດ, ສະຖານທູດ-ສະຖານກົງສູນລາວ ປະຈຳ ສປ ຈີນ ເອົາໃຈໃສ່ຕິດຕາມເບິ່ງແຍງ ແລະ ປະສານກັບນັກສຶກສາເຫຼົ່ານັ້ນ ເປັນປົກກະຕິ, ຊຶ່ງໄດ້ຮັບຂ່າວວ່າ ເຂົາເຈົ້າທຸກຄົນມີສຸຂະພາບແຂງແຮງດີ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...