spot_img
Homeຂ່າວທ້ອງຖິ່ນຮູບປັ້ນພະເຈົ້າ ໄຊເສດຖາທິຣາດ ແລະ ຮູບຊ້າງຫຼໍ່ດ້ວຍທອງເຫຼືອງ ໜັກ 18 ໂຕນສ້າງສຳເລັດແລ້ວ

ຮູບປັ້ນພະເຈົ້າ ໄຊເສດຖາທິຣາດ ແລະ ຮູບຊ້າງຫຼໍ່ດ້ວຍທອງເຫຼືອງ ໜັກ 18 ໂຕນສ້າງສຳເລັດແລ້ວ

Published on

ໜັງສືພິມວຽງຈັນທາມລາຍງານວ່າ ການເທທອງເຫຼືອງຫຼໍ່ສຽນພະເຈົ້າໄຊເສດຖາທິຣາດໄດ້ສໍາເລັດເປັນທີ່ຮຽບຮ້ອຍແລ້ວໃນ ຕອນບ່າຍຂອງມື້ວັນທີ 6 ກຸມພາ 2020 ນີ້ທີ່ ວັດທາດ, ບ້ານ ວັດທາດ, ເມືອງ ໄຊເສດຖາ, ແຂວງ ອັດຕະປື ຫຼັງຈາກໄດ້ຈັດພິທີຫຼໍ່ມາ ແຕ່ມື້ວັນທີ 3 ກຸມພາທີ່ຜ່ານມາ. ໃນມື້ສຸດທ້າຍຂອງມື້ເທທອງເຫຼືອງຫຼໍ່ພະເຈົ້າໄຊເສດຖາທິຣາດ ໄດ້ມີການນໍາຈາກສູນກາງ, ການນໍາຂອງແຂວງອັດຕະປື, ການນໍາບັນດາແຂວງອ້ອມຂ້າງ ແລະ ພໍ່ແມ່ປະຊາຊົນທ້ອງຖິ່ນ ແລະ ຜູ້ມີຈິດໃຈໃສສັດທາຕໍ່ພະເຈົ້າໄຊເສດຖາທິຣາດ 300 ກວ່າຄົນເຂົ້າຮ່ວມ.

ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ຜູ້ຊີ້ນໍາວຽກງານວັດທະນາທໍາ-ສັງຄົມ ທັງເປັນຫົວໜ້າອະນຸກໍາມະການເທທອງຫຼໍ່ສຽນພະເຈົ້າໄຊເສດຖາທິຣາດໄດ້ກ່າວຕໍ່ທີມງານ ຂ່າວວຽງຈັນທາມວ່າ: ການເທທອງຫຼໍ່ສຽນພະເຈົ້າໄຊເສດຖາທິຣາດໃນມື້ນີ້ ຖືວ່າເປັນຊິ້ນສ່ວນສຸດທ້າຍ ຂອງຮູບປັ້ນພະເຈົ້າໄຊເສດຖາທິຣາດ ທີ່ຫຼໍ່ດ້ວຍທອງເຫຼືອງ ເພາະຊິ້ນສ່ວນຕ່າງໆເຊັ່ນ: ສ່ວນໂຕ, ແຂນ, ຂາ, ມື, ຕີນ ແລະ ຮູບປັ້ນຊ້າງ ທີ່ພະເຈົ້າໄຊເສດຖາທິຣາດປະທັບອ່ວຍຫົວ ເຂົ້າເມືອງແມ່ນໄດ້ຫຼໍ່ສໍາເລັດແລ້ວຢູ່ນະຄອນຫຼວງວຽງຈັນ ຍັງແຕ່ຢູ່ໃນຂັ້ນຕອນຕົບແຕ່ງ ສ່ວນສຽນທີ່ຫຼໍ່ມື້ນີ້ຈະນໍາໄປປະກອບກັບຊິ້ນສ່ວນຕ່າງໆຢູ່ນະຄອນຫຼວງວຽງຈັນ.

ທ່ານ ອຸ່ນຫຼ້າ ໄດ້ກ່າວຕື່ມວ່າ: ຮູບປັ້ນພະເຈົ້າໄຊເສດຖາທິຣາດ ລວມທັງຮູບປັ້ນຊ້າງ ທີ່ເພີ່ນປະທັບ ຈະຫຼໍ່ດ້ວຍທອງເຫຼືອງທັງໝົດຈະມີນໍ້າໜັກ 18 ໂຕນ ມີຄວາມສູງ ປະມານ 1 ແມັດ 80 ແລະ ໜ້າຕັກກວ້າງ 1 ແມັດ. ຫຼັງຈາກທີ່ໄດ້ມີການຕົບແຕ່ງ ແລະ ປະກອບຮູບປັ້ນພະເຈົ້າໄຊເສດຖາທິຣາດ ແລະ ຮູບປັ້ນຊ້າງສໍາເລັດ ຄາດວ່າຫຼັງບຸນ ປີໃໝ່ລາວ 2020 ແລະ ຈະມີການແຫ່ມາໄວ້ທີ່ແຂວງ ອັດຕະປື ເພື່ອລໍຖ້າໃຫ້ການສ້າງອານຸສາວະລີ ແລະ ແທ່ນປະທັບ ໂດຍຈະມີການຕົບແຕ່ງໃຫ້ສວຍງາມ ແລະ ມີສວນດອກໄມ້ ຈຶ່ງຈະມີພິທີສົມໂພດ ຫຼື ຈັດພິທີປະດິດສະຖານ (ເປີດນໍາໃຊ້ອານຸສາວະລີ) ໄວ້ໃຫ້ປະຊາຊົນແຂວງອັດຕະປື ກໍ່ຄືປະຊາຊົນລາວບັນດາເຜົ່າໄວ້ສັກກາລະບູຊາ ຊຶ່ງຄາດວ່າຈະຈັດຂື້ນໃນເດືອນພະຈິກ ປີ 2020 ນີ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...