Homeຂ່າວຕ່າງປະເທດຈີນສ້າງໂຮງໝໍ 1 ພັນຕຽງສ້າງສຳເລັດໃນ 10 ວັນ ແພດ 1.400 ຄົນພ້ອມເຂົ້າປະຕິບັດງານ

ຈີນສ້າງໂຮງໝໍ 1 ພັນຕຽງສ້າງສຳເລັດໃນ 10 ວັນ ແພດ 1.400 ຄົນພ້ອມເຂົ້າປະຕິບັດງານ

Published on

ສຳນັກຂ່າວ People’s Daily ຂອງລັດຖະບານຈີນລາຍງານວ່າໂຮງໝໍຫົ່ວເສິນຊານທີ່ສ້າງຂຶ້ນຢ່າງຮີບດ່ວນເມື່ອວັນທີ 23 ມັງກອນ 2020ທີ່ຜ່ານມາ ໄດ້ສ້າງສຳເລັດແລ້ວໃນວັນທີ 2 ກຸມພາ ຊຶ່ງມີຄວາມພ້ອມຮອງຮັບຜູ້ປ່ວຍຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ທີ່ເມືອງ ອູ່ຮັ່ນ ແລະ ໄດ້ມີການສົ່ງມອບເປັນທີ່ຮຽບຮ້ອຍແລ້ວ.

ໃນຕອນເຊົ້າຂອງວັນທີ 2 ກຸມພາ 2020 ໄດ້ມີພິທີການມອບ-ຮັບໂຮງໝໍຫົ່ວເສິນຊານ ໂດຍການເປັນປະທານມອບ-ຮັບໂດຍ ທ່ານ ໂຈວຊຽນວ່າງ ເຈົ້າເມືອງອູ່ຮັ່ນໄດ້ລົງນາມສົ່ງມອບ ແລະ ຮັບໂຮງໝໍກັບ ທ່ານ ໂປ໋ ຈົງປິນ ຮອງຜູ້ບັນຊາການກົມສົ່ງກຳລັງບຳລຸງຮ່ວມ ເພື່ອມອບໂຮງໝໍແຫ່ງນີ້ໃຫ້ກັບໜ່ວຍແພດທະຫານຂອງກຳລັງປົດປ່ອຍປະຊາຊົນຈີນ.

ໂຮງໝໍຈະເປີດຮັບຜູ້ປ່ວຍກຸ່ມທຳອິດໃນວັນທີ 3 ກຸມພານີ້ ໂດຍມີ 1.000 ຕຽງ; ການກໍ່ສ້າງໂຮງໝໍດັ່ງກ່າວໄດ້ໃຊ້ເວລາໃນການປຸກສ້າງພຽງ 10 ວັນ ໃຊ້ກຳລັງແຮງງານຄົນໃນການກໍ່ສ້າງ 7,500 ຄົນ ຮ່ວມກັນສ້າງຕະຫຼອດທັງເວັນທັງຄືນ, ໃຊ້ພື້ນທີ່ປຸກສ້າງ 34,400 ຕາແມັດ, ໃຊ້ງົບປະມານໃນການສ້າງ 1.000 ລ້ານຢວນ.

ສຳນັກຂ່າວຊິນຫົວໄດ້ລາຍງານເມື່ອວັນທີ 2 ກຸມພາວ່າ ເຈົ້າໜ້າທີ່ການແພດຈຳນວນ 1.400 ຄົນ ຊຶ່ງໄດ້ຮັບການອະນຸຍາດຈາກປະທານາທິບໍດີ ສີ ຈິ້ນຜິງ ຈະເຂົ້າໄປປະຕິບັດໜ້າທີ່ໃນໂຮງໝໍພິເສດແຫ່ງນີ້ໃນວັນທີ 3 ກຸມພານີ້.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...