ການເປີດໂຕຊຸດຊັ້ນໃນກະຊັບສັດສ່ວນຂອງເຊເລັບຊື່ດັງນັ້ນກໍຄື ຄິມ ຄາດາຣຊຽນ ພາຍໃຕ້ຊື່ແບຣນກິໂມໂນ (Kimono) ຖືກວິພາກວິຈານໃນທາງລົບຈາກຊາວຍີ່ປຸ່ນຈົນຕິດແຮຊແທັກ (#KimOhNo) ຕິດເທຣນໃນທະວິດເຕີ.
ແບຣນຊຸດຊັ້ນໃນຂອງ ຄາດາຣຊຽນ ເປີດໂຕເມື່ອຕົ້ນອາທິດທີ່ຜ່ານມາຜ່ານຊ່ອງທາງທະວິດເຕີ ໂດຍຄາດາຣຊຽນ ເປີດເຜີຍວ່າໃຊ້ເວລາສຶກສາເລື່ອງຊຸດຊັ້ນໃນທີ່ເໝາະສົມກັບຮູບຮ່າງ ແລະ ສີຜິວຂອງແມ່ຍິງຫຼາຍກວ່າ 15 ປີ ກ່ອນຈະກາຍມາເປັນແບຣນໃໝ່ນີ້ ແຕ່ຫຼັງຈາກເປີດໂຕໄດ້ບໍ່ເທົ່າໃດກໍເກີດກະແສດຣາມ່າ ໂດຍສະເພາະຈາກຊາວຍີ່ປຸ່ນເພາະຊື່ແບຣນຂອງ ຄາດາຣຊຽນ ສະກົດຄືກັບຊື່ຂອງຊຸດກິໂມໂນ ຊຶ່ງເປັນຊຸດປະຈຳຊາດຂອງຍີ່ປຸ່ນເພາະເຫັນວ່າເຊເລັບຊື່ດັງບໍ່ໃຫ້ກຽດຊຸດປະຈຳຊາດຂອງຍີ່ປຸ່ນ ທັງນີ້ ຄາດາຣຊຽນ ຍັງຍື່ນເລື່ອງຂໍຈົດທະບຽນເຄື່ອງໝາຍການຄ້າກິໂມໂນໃນອາເມຣິກາໄວ້ແລ້ວຊຶ່ງເຮັດໃຫ້ຊາວຍີ່ປຸ່ນສ່ວນໜຶ່ງເກີດຄວາມວິຕົກກັງວົນວ່າໃນອະນາຄົດເຂົາເຈົ້າຈະບໍ່ສາມາດໃຊ້ຄຳວ່າ “ກິໂມໂນ” ໄດ້ອີກຕໍ່ໄປ.
ຂະນະທີ່ນັກສະແດງຊາວອາເມຣິກາເຊື້ອສາຍຍີ່ປຸ່ນຄື ແທມລິນ ໂທມະຕະ ກໍໄດ້ອອກມາຄັດຄ້ານດ້ວຍການໂພສປຽບທຽບລະຫວ່າງກິໂມໂນກັບຊຸດຊັ້ນໃນແບຣນຂອງ ຄິມ ພ້ອມແຄັບຊັນວ່າ “ພາບໜຶ່ງຄືຊຸດກິໂມໂນ ພາບໜຶ່ງຄືຄິມຂາຍຊຸດຊັ້ນໃນກະຊັບສັດສ່ວນຢ່າງໜ້າບໍ່ອາຍ” ເຊັ່ນດຽວກັບສາສະດາຈານຈາກມະຫາວິທະຍາໄລຍິງຈູມອນຈິຂອງຍີ່ປຸ່ນທີ່ເປີດເຜີຍກັບສຳນັກຂ່າວຊື່ດັງວ່າ “ຊຸດກິໂມໂນມີຄວາມອ່ອນຊ້ອຍງົດງາມ ແລະ ບໍ່ໄດ້ເປີດເຜີຍ ຫຼື ຮັດຮູບຫຼາຍເກີນໄປ ໂດຍຊຸດຈະພັນຮອບຕົວຜູ້ສວມໃສ່ຈຶ່ງບໍ່ມີການເປີດເຜີຍໃຫ້ເຫັນເຖິງຜິວພັນ.
ຢ່າງໃດກໍດີ ເບື້ອງຕົ້ນຍັງເປັນການຄາດຄະເນວ່າ ຄິມ ຄາດາຣຊຽນ ຕ້ອງການໃຊ້ຄຳວ່າ Kimono ເພື່ອໃຫ້ສອດຄ່ອງກັບຊື່ຂອງນາງເອງ ຫຼື ບໍ່? ເພາະວ່າໃນເວັບໄຊຢ່າງເປັນທາງການຂອງແບຣນກໍບໍ່ໄດ້ລະບຸເຖິງທີ່ໄປທີ່ມາຂອງຊື່ນີ້ ແລະ ຄິມ ກໍຍັງບໍ່ໄດ້ອອກມາຊີ້ແຈງ ແລະ ຍັງເດີນໜ້າໃຊ້ແຮຊແທັກ #KimonoBody ໂຄສະນາຊຸດຊັ້ນໃນກະຊັບສັດສ່ວນຂອງນາງຕໍ່ໄປ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: posttoday