ສຳນັກງານວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳແຫ່ງສະຫະປະຊາຊາດ (United Nations Office on Drugs and Crime-UNODC) ລະບຸວ່າ ຄາດວ່າມີຄົນທົ່ວໂລກປະມານ 35 ລ້ານຄົນທຸກທໍລະມານຈາກອາການຄວາມຜິດປົກກະຕິຈາກການໃຊ້ຢາເສບຕິດ ແລະ ຈຳເປັນຕ້ອງຮັບການປິ່ນປົວ.
ໂດຍງານວິໄຈຊຶ່ງໄດ້ຮັບການປັບປຸງ ແລະ ມີຂໍ້ມູນທີ່ຊັດເຈນລະບຸວ່າ ຜົນກະທົບຕໍ່ສຸຂະພາບຈາກການໃຊ້ຢາເສບຕິດມີຄວາມຮຸນ ແຮງ ແລະ ຄອບຄຸມພື້ນທີ່ກວ້າງກວ່າທີ່ຄາດຄະເນໄວ້ກ່ອນໜ້ານີ້ປະມານການທີ່ສູງຂຶ້ນໃນປີ 2017 ເປັນຜົນມາຈາກມີການສຳຫຼວດການໃຊ້ຢາເສບຕິດເພີ່ມຕື່ມໃນອິນເດຍ ແລະ ໄນຈີເຣຍ ຊຶ່ງຕ່າງກໍຢູ່ນ 10 ອັນດັບທຳອິດຂອງປະເທດທີ່ມີຈຳນວນປະຊາກອນຫຼາຍທີ່ສຸດໃນໂລກ.
ລາຍງານດັ່ງກ່າວປະເມີນວ່າ ຈຳນວນຜູ້ໃຊ້ຢາເສບຕິດຈາກສານສະກັດຈາກຝິ່ນ ຫຼື ໂອປິອອຍຢູ່ທີ່ 53 ລ້ານຄົນ ເພີ່ມຂຶ້ນ 56% ຈາກການປະເມີນກ່ອນໜ້ານັ້ນ ນອກຈາກນີ້ ຍັງລະບຸອີກວ່າ ຜູ້ເສຍຊີວິດຈາກການໃຊ້ຢາເສບຕິດ 585.000 ຄົນໃນປີ 2017 ມີສາເຫດມາຈາກຢາເສບຕິດຈາກສານສະກັດຈາກຝິ່ນປະມານ 2 ໃນ 3 ຂະນະທີ່ຄົນສ່ວນທົ່ວໂລກປະ ມານ 11 ລ້ານຄົນໃນປີ 2017 ທີ່ໃຊ້ຢາເສບຕິດແບບສີດຊຶ່ງໃນຈຳນວນນີ້ 1,4 ລ້ານຄົນເປັນຜູ້ຕິດເຊື້ອ HIV ແລະ 5,6 ລ້ານຄົນເປັນຜູ້ຕິດເຊື້ອໄວຣັສຕັບອັກເສບ C.
ການຄົ້ນພົບໃນລາຍງານຢາເສບຕິດໂລກໃນປີນີ້ຊ່ວຍເຮັດໃຫ້ເຫັນພາບລວມຂອງບັນຫາຢາເສບຕິດໃນລະດັບໂລກທີ່ທະວີຄວາມຮຸນແຮງຂຶ້ນ ຊຶ່ງເນັ້ນຢ້ຳເຖິງຄວາມຈຳເປັນທີ່ປະເທດຕ່າງໆຕ້ອງຮ່ວມມືກັນໃຫ້ຫຼາຍຂຶ້ນໃນການພັດທະນາດ້ານສາທາລະນະສຸກທີ່ມີຄວາມສົມດຸນ ແລະ ການຮັບມືດ້ານກົດໝາຍ ນອກຈາກນີ້ ວິກິດໂອປິອອຍສັງເຄາະໃນອາເມຣິກາເໜືອກໍເພີ່ມຂຶ້ນເຖິງລະດັບສູງສຸດໃນປີ 2017 ໂດຍມີຜູ້ເສຍຊີວິດຈາກການໃຊ້ໂອປິອອຍເກີນຂະໜາດໃນອາເມຣິກາຫຼາຍກວ່າ 47.000 ຄົນ ເພີ່ມຂຶ້ນ 13% ຈາກປີກ່ອນ ສ່ວນການາດາມີຜູ້ເສຍຊີວິດທີ່ກ່ຽວກັບການໃຊ້ໂອປິອອຍເຖິງ 4.000 ຄົນ ເພີ່ມຂຶ້ນຈາກປີ 2016 ປະມານ 33%.
ທັງນີ້ ເວົ້າໄດ້ວ່າການປ້ອງກັນ ແລະ ປິ່ນປົວຍັງບໍ່ໄດ້ຕາມເປົ້າໝາຍໃນຫຼາຍພູມີພາກ ໂດຍຜູ້ທີ່ມີອາການຜິດປົກກະຕິຈາກການໃຊ້ຢາເສບຕິດໄດ້ຮັບການປິ່ນປົວພຽງ 1 ໃນ 7 ໃນແຕ່ລະປີ ຂະນະທີ່ລາຍງານໃນປີນີ້ຍັງໄດ້ສະແດງການວິເຄາະກ່ຽວກັບການໃຊ້ຢາເສບຕິດ ແລະ ຜົນເສຍຕໍ່ສຸຂະພາບໃນເຮືອນຈຳຊຶ່ງພົບວ່າ ມີພະຍາດຕິດເຊື້ອຫຼາຍຊະນິດເຊັ່ນ HIV ໄວຣັສຕັບອັກເສບ C ແລະ ວັນນະໂຣກ ລວມເຖິງຄວາມສ່ຽງທີ່ກ່ຽວຂ້ອງອື່ນໆເກີດຂຶ້ນຢ່າງແຜ່ຫຼາຍໃນໝູ່ຄົນທີ່ຢູ່ໃນເຮືອນຈຳຫຼາຍກວ່າກຸ່ມປະຊາກອນທົ່ວໄປ ໂດຍສະເພາະຜູ້ທີ່ໃຊ້ຢາເສບຕິດແບບສີດໃນເຮືອນຈຳ.
ຂະນະທີ່ມີ 56 ປະເທດທີ່ລາຍງານວ່າມີການຊອກຫາການບຳບັດດ້ວຍສານທົດແທນໂອປິອອຍທີ່ເຮືອນຈຳຢ່າງໜ້ອຍ 1 ແຫ່ງໃນປີ 2017 ຂະນະທີ່ອີກ 46 ປະເທດລະບຸວ່າ ບໍ່ມີການປິ່ນປົວດ້ວຍວິທີດັ່ງກ່າວໃນເຮືອນຈຳ ນອກຈາກນີ້ ການເຂົ້າເຖິງເຂັມສີດຢາໃນເຮືອນຈຳຍັງຈຳກັດ ໂດຍມີ 11 ປະເທດທີ່ລາຍງານວ່າມີເຮືອນຈຳຢ່າງໜ້ອຍ 1 ແຫ່ງທີ່ມີໂຄງການຈັດຫາເຂັກສີດຢາໃຫ້ນັກໂທດ ແຕ່ໃນອີກ 83 ປະເທດບໍ່ມີໂຄງການດັ່ງກ່າວ.
ລາຍງານຢາເສບຕິດໂລກສະບັບຫຼ້າສຸດຍັງເປີດເຜີຍອີກວ່າ ການແຊກແຊງການປິ່ນປົວແບບໄດ້ຜົນຕາມຫຼັກຖານທາງວິທະຍາສາດ ແລະ ສອດຄ່ອງກັບຫຼັກສິດທິມະນຸດສາກົນ ຍັງບໍ່ມີ ຫຼື ບໍ່ສາມາດເຂົ້າເຖິງໄດ້ໃນລະດັບທີ່ຄວນຈະເປັນ ຊຶ່ງລັດຖະບານຕ່າງໆ ແລະ ປະຊາຄົມໂລກຈຳເປັນຕ້ອງເພີ່ມການແຊກແຊງເພື່ອແກ້ບັນຫາດັ່ງກ່າວໂດຍດ່ວນ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: bbc.com