spot_img
Homeຂ່າວຕ່າງປະເທດເຈົ້າຊາຍວິລລຽມພ້ອມສະໜັບສະໜູນຫາກພຣະໂອຣົດ-ພຣະທິດາຈະເປັນເພດທາງເລືອກ

ເຈົ້າຊາຍວິລລຽມພ້ອມສະໜັບສະໜູນຫາກພຣະໂອຣົດ-ພຣະທິດາຈະເປັນເພດທາງເລືອກ

Published on

ເຈົ້າຊາຍວິລລຽມ ດະຢຸກແຫ່ງເຄມບຣິດ ລັດຊະທາຍາດອັນດັບ 2 ຂອງຣາຊະວົງອັງກິດ ຊົງເປີດພຣະໄທເປັນຄັ້ງທຳອິດໃນລະຫວ່າງການສະເດັດຢ້ຽມຢາມມູນນິທິ Albert Kennedy Trust AKT ຊຶ່ງເປັນມູນນິທິເພື່ອກຸ່ມເພດທາງເລືອກ LGBT ໂດຍລະນັ້ນມີຄົນໜຶ່ງຖາມພຣະອົງວ່າ ຈະເຮັດຈັ່ງໃດຫາກລູກໆທັງສາມຂອງພຣະອົງເປັນເພດທາງເລືອກ?.

ເຈົ້າຊາຍວິລລຽມ ຊົງຕອບວ່າ “ບໍ່ເປັນຫຍັງ ເຮົາບໍ່ກັງວົນເລີຍຖ້າຫາກລູກໆຂອງເຮົາເປັນເພດທາງເລືອກ ແຕ່ເຮົາກັບເປັນຫ່ວງວ່າຄົນອື່ນໆຈະປະຕິບັດຕໍ່ລູກໆຂອງເຮົາຈັ່ງໃດຫຼາຍກວ່າ?” ຊຶ່ງເຮົາກໍພ້ອມທີ່ຈະສະໜັບສະໜູນການຕັດສິນໃຈຂອງລູກໆສະເໝີ ແຕ່ເຮົາເປັນ ຫ່ວງເລື່ອງຄຳເວົ້າກຽດຊັງ ການຂົ່ງເຫັງ ຫຼື ການເລືອກປະຕິບັດທີ່ອາດເກີດຂຶ້ນ ຊຶ່ງນັ້ນເປັນສິ່ງທີ່ເຮົາທຸກຄົນຄວນແກ້ໄຂໃຫ້ມັນຖືກຕ້ອງເພື່ອບໍ່ໃຫ້ມັນເກີດຂຶ້ນ.

ຄຳເວົ້າຂອງເຈົ້າຊາຍວິລລຽມຄັ້ງນີ້ເປັນຄຳເວົ້າທີ່ກົງໄປກົງມາທີ່ສຸດຂອງສະມາຊິກຣາຊະວົງອັງກິດ ຊຶ່ງໃນມື້ໜຶ່ງພຣະອົງ ແລະ ພຣະໂອລົດຈະກາຍເປັນກະສັດ ແລະ ຈະຕ້ອງເປັນປະມຸກຂອງນິກາຍເຊີຣຕອ໊ອຟອິງແລນ ລວມເຖິງເປັນປະມຸກຂອງປະເທດໃນເຄືອຈັກກະພົບອີກ 16 ປະເທດ ຊຶ່ງບາງປະເທດຍັງຄົງມີກົດໝາຍສັ່ງຫ້າມບໍ່ມີໃຫ້ຄົນຮັກຮ່ວມເພດ.

ຂະນະທີ່ປະທານມູນລະນິທິ AKT ໄດ້ກ່າວຍົກຍ້ອງເຈົ້າຊາຍວ່າ “ວ່າທີ່ກະສັດໃນອະນາຄົດກຳລັງເວົ້າເຖິງການສະໜັບສະໜູນລູກໆຂອງພຣະອົງຫາກວ່າເຂົາເຈົ້າຈະກາຍເປັນເພດທາງເລືອກ (LGBT) ຊຶ່ງນັ້ນຍັງເປັນຂໍ້ຄວາມທີ່ສື່ໄປຍັງສັງຄົມທັງໝົດອີກດ້ວຍ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...