ເຈົ້າໜ້າທີ່ຂອງປະເທດມາເລເຊຍຢຶດເຕົ່າຈຳນວນກວ່າ 5.000 ໂຕທີ່ສະໜາມບິນກົວລາລຳເປີ 2 ພ້ອມກັກຕົວຜູ້ຕ້ອງຫາຊາວອິນເດຍ 2 ຄົນ ຊຶ່ງເຕົ່າທີ່ກວດພົບນີ້ເປັນເຕົ່າສາຍພັນແກ້ມແດງ ຫຼື ເຕົ່າຍີ່ປຸ່ນ (red-eared sliders) ຖືກເຊື່ອງມາໃນກະເປົ໋າເດີນທາງ ໃນນັ້ນ ມີບາງສ່ວນຕາຍໃນລະຫວ່າງຂົນສົ່ງ.
ສ່ວນຜູ້ຕ້ອງສົງໃສທັງ 2 ຄົນແມ່ນເດີນທາງມາຈາກເມືອງກວາງໂຈວ ມົນທົນກວາງຕຸ້ງ ສປ ຈີນ ໃນວັນທີ 20 ມິຖຸນາຜ່ານມາ ແລະ ຖືກກັກຕົວໃນວັນດຽວກັນ ໂດຍເຈົ້າໜ້າທີ່ກ່າວວ່າ ເຕົ່າຈຳນວນນີ້ຄາດວ່າຈະບໍ່ໄດ້ຖືກນຳມາຂາຍໃນມາເລເຊຍແຕ່ຄິດວ່າໜ້າຈະນຳໄປຈຳໜ່າຍຢູ່ໃນອິນເດຍ.
ທັງນີ້ ເຕົ່າຍີ່ປຸ່ນເປັນໜຶ່ງໃນເຕົ່າທີ່ຄົນຊື້-ຂາຍເປັນສັດລ້ຽງຫຼາຍທີ່ສຸດ ແຕ່ມັນຖືກຈັດເປັນສາຍພັນຄຸກຄາມຂອງລະບົບນິເວດ ການນຳເຂົ້າສູ່ມາເລເຊຍຈຳເປັນຕ້ອງມາພ້ອມໃບອະນຸຍາດ ແຕ່ຜູ້ຕ້ອງສົງໄສທັງ 2 ຄົນບໍ່ມີເອກະສານທີ່ຖືກຕ້ອງ ຊຶ່ງອາດເຮັດໃຫ້ທັງ 2 ຖືກຕັດສິນໃຫ້ຕິດຄຸກສູງສຸດເຖິງ 5 ປີ ແລະ ປັບໄໝເງິນຈຳນວນໜຶ່ງຫາກຖືກຕັດສິນວ່າມີຄວາມຜິດແທ້.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: posttoday