Homeຂ່າວພາຍ​ໃນຮອງປະທານປະເທດຕ້ອນຮັບທູດອຽກລັງເຂົ້າຢ້ຽມອໍາລາ

ຮອງປະທານປະເທດຕ້ອນຮັບທູດອຽກລັງເຂົ້າຢ້ຽມອໍາລາ

Published on

​ໃນວັນ​ທີ 27 ມິຖຸນາ 2019 ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້​ໃຫ້ກຽດຕ້ອນຮັບການ​ເຂົ້າ​ຢ້ຽມຂ່ຳນັບອຳ​ລາຂອງ ທ່ານ ນາງ Cait Moran ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງອຽກລັງປະຈຳ ສປປ​ ລາວ ​ໃນ​ໂອກາດສຳ​ເລັດການປະຕິບັດໜ້າທີ່​ການ​ທູດ​ຢູ່ ສປປ ລາວ.

​​ໂອກາດດັ່ງກ່າວ ທ່ານ ພັນຄຳ ວິພາວັນ ໄດ້​ສະ​ແດງ​ຄວາມຍິນດີຕ້ອນຮັບ ​ແລະ ຕີລາຄາສູງຕໍ່​ຜົນສຳເລັດໃນການປະຕິບັດໜ້າທີ່ ຂອງ ທ່ານ ນາງ Cait Moran ໃນໄລຍະຜ່ານມາ ຊຶ່ງເປັນປະກອບສ່ວນອັນສໍາຄັນເຂົ້າໃນການຊຸກຍູ້ ສົ່ງ​ເສີມການ​ພົວພັນ​ຮ່ວມ​ມື​ຮອບດ້ານລະຫວ່າງສອງປະເທດ ລາວ-​ອຽກລັງ ​​ໃຫ້​ນັບ​ມື້​ນັບ​ກວ້າງຂວາງ ໂດຍສະເພາະດ້ານ​ເສດຖະກິດ ການ​ຄ້າ-ການ​ລົງທຶນ ການທ່ອງ​ທ່ຽວ ​ແລະ ອື່ນໆ ພ້ອມ​ນີ້ ​ທ່ານຮອງປະທານປະເທດຍັງໄດ້​ອວຍພອນ​ໃຫ້​ທ່ານທູດຈົ່ງ​ມີ​ສຸຂະພາບ​ແຂງແຮງ ມີ​ພະ​ລາ​ນາ​ໄມ​ສົມບູນ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບ​ຜົນ​ສຳ​ເລັດ​ໃນ​ການ​ປະຕິບັດໜ້າທີ່​​ໃໝ່ຂອງທ່ານ.

ພ້ອມດຽວກັນນີ້ ທ່ານ ນາງ Cait Moran ​ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ທ່ານ​ຮອງ​ປະທານ​ປະ​ເທດທີ່​ໄດ້​ສະຫຼະ​ເວລາ​ອັນ​ມີ​ຄ່າ​​ໃນ ການພົບປະຄັ້ງນີ້ ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ມາ​ຍັງ​ບັນດາ​ການ​ນຳ​ພັກ-ລັດຂອງ​ລາວ ຕະຫຼອດ​ຮອດ​ປະຊາຊົນ​ລາວ​ບັນດາ​ເຜົ່າທີ່​ໄດ້​ໃຫ້ການ​ຮ່ວມ​ມື​ເປັນ​ຢ່າງ​ດີ ​ແລະ ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ​ຕະຫຼອດ​ໄລຍະ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນຈົນ​ໄດ້​ຮັບ​ຜົນສຳ​ເລັດຢ່າງ​ໜ້າ​ເພິ່ງພໍ​ໃຈ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...