Homeຂ່າວພາຍ​ໃນກອງປະຊຸມແລກປ່ຽນຂໍ້ມູນ-ຂ່າວສານໄຂຂຶ້ນທີ່ນະຄອນຫຼວງປັກກິ່ງ

ກອງປະຊຸມແລກປ່ຽນຂໍ້ມູນ-ຂ່າວສານໄຂຂຶ້ນທີ່ນະຄອນຫຼວງປັກກິ່ງ

Published on

ຄະນະຜູ້ແທນຕາງໜ້ານັກຂ່າວຫລາຍກວ່າ 30 ສໍານັກຂ່າວໃນທົ່ວໂລກເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລຶກການຮ່ວມມືແລກປ່ຽນຂໍ້ມູນ-ຂ່າວສານດ້ານເສດຖະກິດພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຊຶ່ງໄດ້ຈັດຂຶ້ນໃນວັນທີ 27 ມິຖຸນາ 2019 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍມີທ່ານ ຈ້າຍ ມິງຈ່າວ ປະທານສໍານັກຂ່າວຊິນຮວາແຫ່ງ ສປ ຈີນ ມີຜູ້ຕາງໜ້າຈາກຂະແໜງອຸດສະຫະກໍາ ແລະ ການຄ້າຂອງ ສປ ຈີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານປະທານສໍານັກຂ່າວຊິນຮວາແຫ່ງ ສປ ຈີນ ກ່າວວ່າ ກອງປະຊຸມດັ່ງກ່າວຖືເປັນໂອກາດດີທີ່ຜູ້ແທນຕາງໜ້າສໍານັກຂ່າວຕ່າງໆຈະໄດ້ປຶກສາຫາລືຢ່າງເລິກເຊິ່ງເຖິງຮູບແບບການແລກປ່ຽນຂໍ້ມູນ-ຂ່າວສານດ້ານເສດຖະກິດທີ່ເປັນກາລະໂອກາດ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນທາງດ້ານເສດຖະກິດລະຫວ່າງສໍານັກຂ່າວຂອງປະເທດສະມາຊິກທີ່ນອນໃນກອບ “ໜຶ່ງແລວໜຶ່ງເສັ້ນທາງ”.

ການຮ່ວມມືທາງດ້ານການສະໜອງຂໍ້ມູນ-ຂ່າວສານດ້ານເສດຖະກິດ (BREIP) ລິເລິ່ມໂດຍສໍານັກຂ່າວຊິນຮວາ ສ້າງຕັ້ງຂຶ້ນໂດຍການມີສ່ວນຮ່ວມຂອງບັນດາສໍານັກຂ່າວຈາກປະເທດສະມາຊິກທີ່ຕັ້ງໃນໜຶ່ງແລວໜຶ່ງເສັ້ນທາງ ຮູບແບບໃນການຮ່ວມມືໄດ້ຖືກຮັບຮອງໂດຍປະເທດສະມາຊິກເພື່ອສົ່ງເສີມກາລະໂອກາດຂອງການຄ້າ ແລະ ການລົງທຶນ ແລະ ຜົນປະໂຫຍດຂອງຫຼາຍຝ່າຍ ເພື່ອເປັນການອໍານວຍຄວາມສະດວກໃນການແລກປ່ຽນຂໍ້ມູນ-ຂ່າວສານພາຍໃຕ້ BREIP ສໍານັກຂ່າວຊິນຮວາຊຶ່ງເປັນຜູ້ກໍ່ຕັ້ງໂດຍການນໍາໃຊ້ລະບົບເຕັກໂນໂລຊີໃນການສະໜອງຂໍ້ມູນ-ຂ່າວສານ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...