spot_img
Homeຂ່າວຕ່າງປະເທດກວດພົບຢາເສບຕິດເທິງເຮືອບິນຄະນະຕິດຕາມຜູ້ນຳບຣາຊິນ

ກວດພົບຢາເສບຕິດເທິງເຮືອບິນຄະນະຕິດຕາມຜູ້ນຳບຣາຊິນ

Published on

ຂ່າວຕ່າງປະເທດລາຍງານໃນວັນທີ 27 ມິຖຸນາ 2019 ວ່າ ຕຳຫຼວດແອັດສະປາຍໄດ້ກັກຕົວນາຍທະຫານຄົນໜຶ່ງຂອງກອງທັບອາກາດບຣາຊິນ ຊຶ່ງລັກລອບຂົນຢາເສບຕິດປະເພດໂຄເຄນຈຳນວນ 3 ຖົງມານຳເຮືອບິນຂອງກອງທັບຊຶ່ງເດີນທາງມາແວະພັກເຄື່ອງທີ່ເມືອງເຊວິລຂອງແອັດສະປາຍ ກ່ອນໜ້າທີ່ເຮືອບິນປະຈຳຕຳແໜ່ງຂອງຜູ້ນຳບຣາຊິນຈະເດີນທາງມາເຖິງ.

ໂດຍເຈົ້າໜ້າທີ່ຕຳຫຼວດແອັດສະປາຍໄດ້ເປີດເຜີຍວ່າ ຢາເສບຕິດດັ່ງກ່າວມີນ້ຳໜັກລວມ 39 ກີໂລກຣາມຊຶ່ງຖືກເຊື່ອງຢູ່ໃນກະເປົ໋າເດີນທາງ 3 ໜ່ວຍເທິງເຮືອບິນຂອງກອງທັບອາກາດບຣາຊິນ ພາຍຫຼັງທີ່ມີລາຍງານດັ່ງກ່າວທສາງດ້ານຜູ້ນຳບຣາຊິນກໍໄດ້ອອກຖະແຫຼງ ການວ່າ ການກະທຳຂອງນາຍທະຫານຄົນດັ່ງກ່າວບໍ່ມີສ່ວນກ່ຽວຂ້ອງກັບຂະນະເດີນທາງຂອງຕົນເອງ ເຖິງແມ່ນວ່າຈະເດີນທາງມາພ້ອມກັບຄະນະເດີນທາງຂອງຕົນກໍຕາມ ພ້ອມນີ້ ທ່ານກໍລະບຸອີກວ່າການກະທຳນີ້ຖືເປັນການກະທຳທີ່ໜ້າອາຍ ແລະ ໄດ້ສັ່ງໃຫ້ກະຊວງປ້ອງກັນປະເທດເລັ່ງດຳເນີນການສືບສວນເລື່ອງດັ່ງກ່າວ ແລະ ຈະໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຂອງແອັດສະ ປາຍເຕັມທີ່ເພື່ອລົງໂທດນາຍທະຫານຄົນນີ້ຕາມກົດໝາຍ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...