spot_img
Homeຂ່າວຕ່າງປະເທດສະເທື່ອນວົງການເມື່ອຄູ່ຮັກຊຸບຕາປະກາດຢ່າຮ້າງສາຍຟ້າແລບ

ສະເທື່ອນວົງການເມື່ອຄູ່ຮັກຊຸບຕາປະກາດຢ່າຮ້າງສາຍຟ້າແລບ

Published on

ຖືເປັນຂ່າວທີ່ເຮັດໃຫ້ແຟນໆທົ່ວໂລກຕ້ອງຕົກຕະລຶງເມື່ອ 2 ຊຸບຕາຄື (ຊົງຈຸງກິ ແລະ ຊົງເຮຄຽວ) ອອກມາປະກາດຢ່າຮ້າງແບບສາຍຟ້າແລບ.

ໂດຍທະນາຍຄວາມຂອງ ຊົງຈຸງກິ ໄດອອກມາປະກາດຢ່າງເປັນທາງການໃນວັນທີ 27 ມິຖຸນາວ່າ ຊົງຈຸງກິ ນັກສະແດງຊື່ດັງຊາວ ສ.ເກົາຫຼີ ໄວ 33 ປີ ໄດ້ຟ້ອງຮ້ອງຢ່າພັນລະຍານັ້ນກໍຄື ຊົງເຮຄຽວ ນັກສະແດງສາວຍອດນິຍົມທີ່ສານຄອບຄົວນະຄອນຫຼວງໂຊລ ຊຶ່ງໃນຄຳຖະແຫຼງມີເນື້ອໃນວ່າ ຊົງຈຸງກິ ໄດ້ຂໍໂທດແຟນໆ ແລະ ອະທິບາຍວ່າ ເຂົາຫວັງວ່າການຢ່າຮ້າງຈາກພັນລະຍາຈະເປັນໄປດ້ວຍຄວາມປານີປານອມ.

ທັງນີ້ ຊຸບຕາທັງ 2 ເຂົ້າພິທີແຕ່ງດອງເມື່ອເດືອນຕຸລາ 2017 ພາຍຫຼັງທີ່ທັງ 2 ຮ່ວມສະແດງໃນຊີຣີເລື່ອງ Descendants Of The Sun ທີ່ໂດ່ງດັງໄປທົ່ວໂລກ ແລະ ໄດ້ປ່ຽນຈາກຄູ່ຈິ້ນໃນຈໍກາຍເປັນຄູ່ຊີວິດໃນຊີວິດຈິງ.

ຂະນະທີ່ຍັງບໍ່ມີການອອກມາຖະແຫຼງຂ່າວໃດໆຂອງຝ່າຍພັນລະຍາ (ຊົງເຮຄຽວ) ກ່ຽວກັບ ເລື່ອງລາວດັ່ງກ່າວ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...