spot_img
Homeຂ່າວຕ່າງປະເທດຫຼາຍປະເທດໃນເຂດເອີຣົບກຽມຜະເຊີນອຸນຫະພູມສູງເກືອບ 45 ອົງສາ

ຫຼາຍປະເທດໃນເຂດເອີຣົບກຽມຜະເຊີນອຸນຫະພູມສູງເກືອບ 45 ອົງສາ

Published on

ສຳນັກອຸຕຸນິຍົມວິທະຍາຂອງຫຼາຍປະເທດໃນທະວີບເອີຣົບໄດ້ອອກມາປະກາດເຕືອນປະຊາຊົນກ່ຽວກັບຄື້ນຄວາມຮ້ອນທີ່ຄາດວ່າຈະສູງເຖິງ 45 ອົງສາ ຊຶ່ງຈະເຂົ້າປົກຄຸມຢ່າງໜັກໃນບໍລິເວນຝັ່ງຕາເວັນຕົກໃນເຂດເມືອງໃຫຍ່ຈົນເຖິງທ້າຍອາທິດນີ້ ໂດຍສະເພາະປະເທດຝຣັ່ງ ເຢຍລະມັນ ແອັດສະປາຍ ສະວິດເຊີແລນ ແບນຊິກ ເນເທີແລນ ອີຕາລີ ແລະ ອັງກິດ.

ທັງນີ້ ການປົກຄຸມຂອງຄື້ນຄວາມຮ້ອນດັ່ງກ່າວຄາດວ່າຈະຮຸນແຮງທີ່ສຸດໃນຮອບ 16 ປີນັບແຕ່ປີ 2003 ຊຶ່ງຄັ້ງນັ້ນໄດ້ສົ່ງຜົນກະທົບໃຫ້ມີຜູ້ເສຍຊີວິດໃນປະເທດຝຣັ່ງເຖິງ 15.000 ຄົນຊຶ່ງສ່ວນໃຫຍ່ເປັນຄົນອາຍຸສູງ ຢ່າງໃດກໍຕາມ ກໍຍັງບໍ່ເປັນທີ່ແນ່ນອນວ່າຄື້ນຄວາມຮ້ອນທີ່ຈະເຂົ້າປົກຄຸມແຖບເອີຣົບໃນຊ່ວງອາທິດນີ້ຈະສິ້ນສຸດເມື່ອໃດ?.

ຕາມການຄາດຄະເນປະເທດຝຣັ່ງຈະໄດ້ຮັບຜົນກະທົບຈາກຄື້ນຄວາມຮ້ອນຄັ້ງນີ້ຫຼາຍທີ່ສຸດ ໂດຍສະເພາະນະຄອນຫຼວງປາຣີອາດປະສົບກັບອຸນຫະພູມສູງເກືອບ 45 ອົງສາ ຂະນະທີ່ ເມື່ອປີ 2003 ສະຖິຕິສູງສຸດຢູ່ທີ່ 44,1 ອົງສາ ຂະນະທີ່ນະຄອນຫຼວງເບີລິນຂອງເຢຍລະມັນກໍອາດຜະເຊີນກັບອຸນຫະພູມສູງເຖິງ 38 ອົງສາເຊັ່ນດຽວກັບນະຄອນແຟຣງເຟຣີດ ແລະ ຮຳບູຣກ ສ່ວນປະເທດແຖບຕອນກາງຂອງເອີຣົບເຊັ່ນ ລັດບາເດນວືເທມເບີຣກ ແລະ ບາວາເຣຍ ອຸນຫະພູມຈະບໍ່ສູງເທົ່າກັບເຂດທາງເໜືອຂອງເອີຣົບ ຂະນະທີ່ແອັດສະປາຍອາດຜະເຊີນກັບອຸນຫະພູມສູງປະມານ 36 ອົງສາ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...