Homeຂ່າວພາຍ​ໃນເຈົ້າໜ້າທີ່ກ່ຽວຂ້ອງຊີ້ແຈງກໍລະນີໜ້າເພຊຂ່າວທາງເຟສບຸ໊ກ (Support Prime Minister Thongloun Sisoulith)

ເຈົ້າໜ້າທີ່ກ່ຽວຂ້ອງຊີ້ແຈງກໍລະນີໜ້າເພຊຂ່າວທາງເຟສບຸ໊ກ (Support Prime Minister Thongloun Sisoulith)

Published on

ອີງຕາມເຈົ້າໜ້າທີ່ກົມປະຊາສຳພັນ ຫ້ອງການສຳນັກງານນາຍົກລັດຖະມົນຕີແຈ້ງໃຫ້ຊາບວ່າ ໜ້າຂ່າວອອນລາຍໃນເຟສບຸ໊ກ (Facebook) ທີ່ໃສ່ນາມຕົນເອງວ່າ “Support Prime Minister Thongloun Sisoulith” ແມ່ນບໍ່ມີສ່ວນກ່ຽວຂ້ອງກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແຕ່ປະການໃດ.

ດັ່ງນັ້ນ ເຈົ້າໜ້າທີ່ກົມປະຊາສຳພັນກ່າວຕື່ມວ່າ ຂ່າວ ແລະ ຮູບພາບທີ່ໄດ້ປ່ອຍອອກຜ່ານໜ້າຂ່າວອອນລາຍດັ່ງກ່າວໃນໄລຍະຜ່ານມາແມ່ນບໍ່ຖືກຕ້ອງ ຈຶ່ງໃຫ້ເຈົ້າຂອງໜ້າຂ່າວນີ້ຢຸດຕິການເຄື່ອນໄຫວດັ່ງກ່າວ ແລະ ປະຕິບັດກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິມເຕີ ດຳລັດນາຍົກລັດຖະມົນຕີວ່າດ້ວຍການຄຸ້ມຄອງຂໍ້ມູນ-ຂ່າວສານຜ່ານອິນເຕີເນັດ ເລກທີ 327/ນຍ ແລະ ລະບຽບການທີ່ກ່ຽວຂ້ອງ.

 

 

 

ຂໍ້ມູນ: ກົມປະຊາສຳພັນ ສນຍ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...