spot_img
Homeຂ່າວຕ່າງປະເທດຢາກູຊ່າໃນຍີ່ປຸ່ນຫັນມາເຮັດທຸລະກິດຊານົມໄຂ່ມຸກ

ຢາກູຊ່າໃນຍີ່ປຸ່ນຫັນມາເຮັດທຸລະກິດຊານົມໄຂ່ມຸກ

Published on

ຫຼາຍໆທ່ານອາດຄິດວ່າ “ຢາກູຊ່າກັບຊານົມໄຂ່ມຸກ” ຈະເຂົ້າກັນໄດ້ ຫຼື ບໍ່? ຫຼ້າສຸດ ຊານົມໄຂ່ມຸກ ຫຼື Bubble tea ເຖິງຈະເປັນຫວານທີ່ມີຕົ້ນກຳເນີດຈາກປະເທດໄຕ້ຫວັນ ແຕ່ຄວາມນິຍົມຂອງຊານົມໄຂ່ມຸກກໍໄດ້ແຜ່ຂະຫຍາຍໄປໃນຫຼາຍປະເທດລວມທັງອາຊີ  ໂດຍສະເພາະປະເທດຍີ່ປຸ່ນທີ່ມີຮ້ານຂາຍຊານົມສັນຊາດໄຕ້ຫວັນເປີດສາຂາໃນນະຄອນໂຕກຽວເພີ່ມຂຶ້ນເລື້ອຍໆ ຂະນະທີ່ຜູ້ປະກອບການຂອງຍີ່ປຸ່ນເອງກໍພະຍາຍາມເຂົ້າມາດຳເນີນທຸລະກິດນີ້ເຊັ່ນກັນ ແລະ ໜຶ່ງໃນນັ້ນກໍຄືແກ້ງຢາກູຊ່າ.

ລາຍງານຂ່າວຈາກ Asia Time ເປີດເຜີຍວ່າ ທຸລະກິດຊານົມໄຂ່ມຸກໃນຍີ່ປຸ່ນກຳລັງໄດ້ຮັບຄວາມສົນໃຈຈາກບັນດາແກ້ງຢາກູຊ່າຢ່າງຫຼວງຫຼາຍ ລາຍງານຍັງລະບຸອີກວ່າ ແກ້ງຢ່າກູຊ່າລາຍໃຫຍ່ແຫ່ງໜຶ່ງໄດ້ເປີດຮ້ານຊານົມໄຂ່ມຸກຂຶ້ນໃນເສັ້ນທາງລົດໄຟຟ້າສາຍຢາມາໂນເຕະ ຊຶ່ງເປັນລົດໄຟຟ້າສາຍສຳຄັນທີ່ແລ່ນຜ່ານໃຈກາງນະຄອນໂຕກຽວ ຊຶ່ງປັດຈຸບັນຂະຫຍາຍສາຂາໄປແລ້ວຢ່າງໜ້ອຍ 23 ສາຂາ.

ຂະນະທີ່ຫົວໜ້າແກ້ງຢາກູຊ່າລາຍໜຶ່ງເປີດເຜີຍວ່າ ການເປີດຮ້ານຊານົມໄຂ່ມຸກແຕ່ລະສາຂາແມ່ນໃຊ້ເງິນລົງທຶນພຽງ 20.000 ໂດລາ ຢ່າງໃດກໍດີ ວົງການຢາກູຊ່າຂອງຍີ່ປຸ່ນ ຖືເປັນວົງການທີ່ເຂົ້າເຖິງຍາກທີ່ສຸດ ຊຶ່ງກໍມີທັງດ້ານດີ ແລະ ດ້ານມືດ ທັງນີ້ ລາຍງານຈາກສະຖາບັນວິໄຈການຕະຫຼາດ Allied Market Research ກໍໄດ້ລະບຸວ່າ ທຸລະກິດ ຊານົມໄຂ່ມຸກທົ່ວໂລກມີມູນຄ່າຢູ່ທີ່ປະມານ 1,9 ພັນລ້ານໂດລາເມື່ອປີ 2016 ແລະ ຄາດວ່າຈະເຕີບໂຕຂຶ້ນເຖິງ 3,2 ພັນລ້ານໂດລາໃນປີ 2023 ໂດຍຊານົມໜຶ່ງຈອກໃນຍີ່ປຸ່ນມີຕົ້ນທຶນຢູ່ທີ່ 100 ເຢນ ແຕ່ສາມາດຂາຍໄດ້ເຖິງ 500 ເຢນຕໍ່ຈອກ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...