spot_img
Homeຂ່າວຕ່າງປະເທດບິດຄອຍ (Bitcoin) ກັບມາແລ້ວ ປັບຂຶ້ນ 12.000 ໂດລາໃນຮອບປີເຄິ່ງ

ບິດຄອຍ (Bitcoin) ກັບມາແລ້ວ ປັບຂຶ້ນ 12.000 ໂດລາໃນຮອບປີເຄິ່ງ

Published on

ດັ່ງທີ່ຮູ້ກັນແລ້ວວ່າ ບິດຄອຍຫຼັງຈາກທີ່ເຄີຍພຸ່ງຂຶ້ນສູງຈົນສ້າງຄວາມຕົກໃຈມາແລ້ວເມື່ອປີ 2017 ແລະ ຫຼັງຈາກນັ້ນກໍດິ່ງຕົກລົງຢ່າງບໍ່ໜ້າເຊື່ອເມື່ອປີ 2018 ແຕ່ຫຼ້າສຸດລາຄາຂອງ ບິດຄອຍ (Bitcoin) ກໍກັບມາໄຕ່ລະດັບອີກຄັ້ງ ຊຶ່ງການກັບມາໃນຄັ້ງນີ້ສາມາດພຸ່ງຂຶ້ນມາເຕະລະດັບ 12,273 ໂດລາເປັນຄັ້ງທຳອິດໃນຮອບ 18 ເດືອນໃນການຊື້-ຂາຍທີ່ຕະຫຼາດໂຕກຽວ ປະເທດຍີ່ປຸ່ນ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 26 ມິຖຸນາວ່າ ນັບແຕ່ປີນີ້ເປັນຕົ້ນໄປລາຄາຂອງບິດຄອຍຈະເພີ່ມຂຶ້ນເຖິງ 3 ເທົ່າ ແລະ ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງໃນເດືອນນີ້ ຊຶ່ງສາເຫດມາຈາກເງິນດິຈິຕອລ (cryptocurrency)  ໄດ້ຮັບການຍອມຮັບ ແລະ ດຶງດູດ ຄວາມສົນໃຈຈາກສະຖາບັນການເງິນຫຼັກໆຂອງໂລກບໍ່ວ່າຈະເປັນ JPMorgan Chase & Co. ທີ່ເຫັນເຖິງຄວາມສົນໃຈຂອງລູກຄ້າໃນການເຮັດທຸລະກຳດ້ວຍເງິນປະເພດນີ້ ລວມເຖິງ Facebook ທີ່ວາງແຜນທີ່ຈະໃຊ້ເງິນແບບດິຈິຕອລທີ່ເອີ້ນວ່າ Libra ແລະ ຄວາມເຄື່ອນໄຫວຂອງພາກທຸລະກິດລາຍອື່ນໆທີ່ໃຫ້ຄວາມສົນໃຈເງິນປະເພດນີ້.

ຂະນະທີ່ຄັ້ງສຸດທ້າຍທີ່ບິດຄອຍໄຕ່ຂຶ້ນໄປສູງກວ່າ 12.000 ໂດລາກໍຄືເມື່ອເດືອນທັນວາ 2017 ແລະ ມີລາຄາສູງທີ່ສຸດເຖິງ 19.511 ໂດລາໃນເດືອນດຽວກັນ ຫຼັງຈາກນັ້ນລາຄາກໍຕົກລົງມາເລື້ອຍໆ ໂດຍລວມແລ້ວລາຄາຄ້າງຢູ່ທີ່ 12.000 ໂດລາພຽງ 6 ອາທິດເທົ່ານັ້ນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...