spot_img
Homeຂ່າວຕ່າງປະເທດເຟດເອັກຊ ຟ້ອງລັດຖະບານອາເມຣິກາກໍລະນີຄວ້ຳບາດຮົວເຫວີຍ

ເຟດເອັກຊ ຟ້ອງລັດຖະບານອາເມຣິກາກໍລະນີຄວ້ຳບາດຮົວເຫວີຍ

Published on

ບໍລິສັດເຟດເອັກຊຍື່ນຟ້ອງກະຊວງອຸດສາຫະກຳຂອງອາເມຣິກາກ່ຽວກັບມາດຕະການຄອບຄຸມການຈັດສົ່ງສິນຄ້າ ຊຶ່ງເປັນຜົນຈາກມາດຕະການຄວ້ຳບາດບໍລິສັດ ຮົວເຫວີຍ ອັນໄດ້ສົ່ງຜົນໃຫ້ເຟດເອັກຊມີບັນຫາກັບລັດຖະບານປັກກິ່ງ.

ລາຍງານຂ່າວຕ່າງປະເທດເມື່ອວັນທີ 25 ມິຖຸນາຜ່ານມາໃຫ້ຮູ້ວ່າ ບໍລິສັດເຟດເອັກຊຜູ້ໃຫ້ບໍລິການຂົນສົ່ງ ແລະ ຈັດສົ່ງສິນຄ້າດ່ວນລະຫວ່າງປະເທດລາຍໃຫຍ່ຂອງອາເມຣິກາ ຊຶ່ງມີສຳນັກງານໃຫຍ່ຢູ່ທີ່ເມືອງເມມຟິສ ລັດເທນເນສຊີ ໄດ້ຍື່ນເລື່ອງຕໍ່ສານແຂວງລັດຖະບານກາງໃນນະຄອນວໍຊີງຕັນກ່ຽວກັບການຟ້ອງຮ້ອງກະຊວງອຸດສາຫະກຳຂອງອາເມຣິກາກ່ຽວກັບມາດຕະການຄວ້ຳບາດຕໍ່ບໍລິສັດ ຮົວເຫວີຍ ຊຶ່ງຄອບຄຸມເຖິງການຈັດສົ່ງສິນຄ້າໃຫ້ກັບຜູ້ປະກອບການດ້ານເຕັກໂນໂລຊີ ແລະ ການສື່ສານໂທລະຄົມມະນາ ຄົມຍັກໃຫຍ່ຂອງ ສປ ຈີນ.

ໂດຍເນື້ອໃນຕອນໜຶ່ງໃນເອກະສານປະກອບການຟ້ອງຮ້ອງລະບຸຊື່ ວິລເບີຣ ຣອສ ລັດຖະມົນຕີກະຊວງອຸດສາຫະກຳເປັນໜຶ່ງໃນຈຳເລີຍຄົນສຳຄັນ ໂດຍເຟດເອັກຊເປັນບໍລິສັດຈັດສົ່ງສິນຄ້າບໍ່ແມ່ນໜ່ວຍງານຊຶ່ງມີອຳນາດບັງຄັບໃຊ້ກົດໝາຍ ດັ່ງນັ້ນ ລັດວໍຊີງ ຕັນ ຈຶ່ງບໍ່ຄວນຕັ້ງຄວາມຫວັງຫຼາຍຈົນເກີນໄປວ່າເຟດເອັກຊຈະສາມາດຄອບຄຸມ ແລະ ກວດສອບສິນຄ້າທີ່ຜ່ານຂະບວນການມື້ລະຫຼາຍລ້ານຊະນິດ ແລະ ມີຈຸດໝາຍສົ່ງໄປຍັງຫຼາຍປະເທດທົ່ວໂລກ ນອກຈາກນີ້ ຍັງເປັນເລື່ອງທີ່ບໍ່ສົມເຫດສົມຜົນຢ່າງຍິ່ງທີ່ເຟດເອັກຊຕ້ອງຮັບຜິດຊອບແຕ່ພຽງຜູ້ດຽວຕໍ່ກໍລະນີຈັດສົ່ງພັດສະດຸທີ່ທາງບໍລິສັດຈະບໍ່ມີທາງຮູ້ລ່ວງໜ້າໄດ້ວ່າ “ແມ່ນຫຍັງ” ແລະ ກ່ຽວຂ້ອງກັບຄວາມຂັດແຍ່ງທາງການຄ້າລະຫວ່າງອາເມຣິກາ ແລະ ສປ ຈີນ.

ທັງນີ້ ຄຳຮ້ອງຟ້ອງຂອງເຟດເອັກຊຕໍ່ກະຊວງອຸດສາຫະກຳອາເມຣິກາກໍບໍ່ໄດ້ພາດພິງຊື່ຂອງບໍລິສັດຮົວເຫວີຍໂດຍກົງ ແຕ່ເປັນຄວາມເຄື່ອນໄຫວທີ່ເກີດຂຶ້ນພາຍພຽງມື້ດຽວພາຍຫຼັງທີ່ກະຊວງການຕ່າງປະເທດຂອງຈີນກົດດັນໃຫ້ເຟດເອັກຊຊີ້ແງດ້ວຍເຫດຜົນ ແລະ ເປັນທາງການຈາກກໍລະນີພັດສະດຸຂອງຮົວເຫວີຍທີ່ສົ່ງເມື່ອບໍ່ດົນມານີ້ຊຶ່ງພາຍໃນເປັນພຽງສະມາດໂຟນເຄື່ອງດຽວ ແລະ ມີປາຍທາງຄືອາເມຣິກາຖືກຕີກັບໄປຍັງຕົ້ນທາງໃນອັງກິດ ຂະນະທີ່ເຟດເອັກຊກໍໄດ້ອອກມາຂໍໂທດເປັນທີ່ຮຽບຮ້ອຍແລ້ວ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...