Homeຂ່າວພາຍ​ໃນງານວາງສະແດງ ລາວ ໄອຊີທີ ເອັກສໂປ 2019

ງານວາງສະແດງ ລາວ ໄອຊີທີ ເອັກສໂປ 2019

Published on

ງານວາງສະແດງເຕັກໂນໂລຊີສື່ສານຂໍ້ມູນ-ຂ່າວສານປະຈໍາປີ 2019 (Lao ICT EXPO 2019) ໄດ້ເປີດຂື້ນຢ່າງເປັນທາງການໃນວັນທີ 25 ມີຖຸນາ 2019 ຜ່ານມາທີ່ໂຮງແຮມດອນຈັນ ພາເລດ ນະຄອນຫຼວງວຽງຈັນ.

ງານວາງສະແດງເປັນແຫຼ່ງລວມບັນດາຂະແໜງການຕ່າງໆຂອງວຽກງານໄອຊີທີ ບໍ່ວ່າຈະເປັນລະດັບປະເທດ ພາກພື້ນ ແລະ ລະດັບສາກົນເຊັ່ນ ຜູ້ສະໜອງວຽກການສື່ສານ ຜູ້ສະໜອງອິນເຕີເນັດ ຜູ້ຈໍາໜ່າຍ ນັກພັດທະນາຊ໊ອຟແວ ພາກລັດ ທະນາຄານ ສະຖາ ບັນການສຶກສາ ແລະ ອື່ນໆ ເພື່ອເປັນການສົ່ງເສີມການຫັນໄປເປັນຍຸກດິຈິຕອລໃນ ສປປ ລາວ ແລະ ເຊື່ອມຕໍ່ກັບອາຊຽນ.

 ງານວາງສະແດງຄັ້ງນີ້ຈັດຂື້ນລະຫວ່າງວັນທີ 25-30 ມິຖຸນາ 2019 ທີ່ໂຮງແຮມດອນຈັນ ພາເລດ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂັວນ “ສ້າງ ແລະ ສົ່ງເສີມການຫັນເປັນດີຈີຕອນໃນລາວ (Create and Promote Lao Digital Transformation)” ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ປທສ ມີບັນດາແຂກທີ່ຖືກເຊີນຈາກບັນດາກະຊວງ ອົງການທຽບເທົ່າ ບັນດາສະຖາບັນການສຶກສາ ແລະ ບັນດາບໍລິສັດຕ່າງໆເຂົ້າຮ່ວມ ຊຶ່ງຈັດໂດຍກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບສະມາຄົມການຄ້າໄອຊີທີລາວ.

ທ່ານ ທັນສະໄໝ ໄດ້ກ່າວວ່າ ງານວາງສະແດງຄັ້ງນີ້ມີບູດມາວາງສະແດງ 53 ບູດ ຈາກຜູ້ປະກອບການດ້ານໂທລະຄົມມະນາຄົມ-ໄອຊີທີທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ນໍາເອົາຜະລິດຕະພັນອອກໃໝ່ ແລະ ທັນສະໄໝກ່ຽວກັບລະບົບສື່ສານໂທລະຄົມ ລະບົບໂປຣແກຣມຮັບໃຊ້ການຫັນເປັນດິຈິຕອລ ລະບົບການປ້ອງກັນຄວາມປອດໄພທາງດ້ານໄຊເບີ ເຄື່ອງອຸປະກອນໄອຊີທີຕ່າງໆ ພ້ອມນີ້ ກໍມີການວາງສະແດງຈາກບັນດາກະຊວງ ອົງການ ບໍລິສັດທີ່ກ່ຽວກັບຜົນສໍາເລັດຂອງການນໍາໃຊ້ໄອຊີທີເຂົ້າໃນວຽກງານຕ່າງໆຂອງຕົນ ນອກນີ້ ຍັງມີກອງປະຊຸມສໍາມະນາລະດັບສາກົນ Lao Digital Transformation Forum ກອງປະຊຸມປຶກສາຫາລືການຮ່ວມມືພັດທະນາໄອຊີທີຂອງບັນດາປະເທດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ງານສໍາມະນາວິຊາການສະເພາະດ້ານເຊັ່ນ ການບໍລິຫານລັດດ້ວຍເອເລັກໂຕຣນິກ ການນໍາໃຊ້ໄອຊີທີເຂົ້າໃນລະບົບການສຶກສາ ການນໍາໃຊ້ໄອຊີທີໃນຂະແໜງການເງິນ ບັນຫາຄວາມປອດໄພຂອງສື່ສັງຄົມອອນລາຍ ການຄ້າ ແລະ ການດໍາເນີນທຸລະກິດດ້ານໄອຊີທີ.

ໂອກາດດຽວກັນ ຍັງເປັນເວທີທີ່ສຳຄັນໃນການສ້າງໂອກາດໃຫ້ຜູ້ປະກອບການ ຜູ້ຜະລິດ ຜູ້ບໍລິການ ຜູ້ຊົມໃຊ້ ແລະ ຜູ້ຄຸ້ມຄອງ ICT ໄດ້ມາພົບປະແລກປ່ຽນບົດຮຽນ ຄວາມຮູ້ ຄວາມເຂົ້າໃຈ ແລະ ສ້າງການພົວພັນຮ່ວມມືທາງດ້ານການຄ້າ ແລະ ການພັດທະນາຮ່ວມກັນ ພິເສດໃນປີນີ້ຈະມີງານປະກວດລາງວັນລາວໄອຊີທີ 2019 (Lao ICT Award 2019) ເພື່ອເປັນຕົວແທນຂອງ ສປປ ລາວ ສົ່ງເຂົ້າແຂ່ງຂັນກັບບັນດາປະເທດອາຊຽນຊີງລາງວັນ ASEAN ICT Award 2019.

ທ່ານ ທັນສະໄໝ ກົມມະສີດ ກ່າວຕື່ມວ່າ ປັດຈຸບັນເຕັກໂນໂລຊີການສື່ສານຂໍ້ມູນ-ຂ່າວສານ (ICT) ແມ່ນມີບົດບາດສູງໃນການເຂົ້າມາປ່ຽນວິຖີຊີວິດທາງດ້ານວິທີການເຮັດວຽກຂອງອົງກອນກໍຄືຂອງມະນຸດເຮົາເຊັ່ນ ລະບົບ 5G ລະບົບຄອມພິວເຕີ ແລະ ນະວັດຕະກຳ ລະບົບຂໍ້ມູນໃຫ່ຍ (Big Data) ແລະ ປັນຍາປະດິດ (AI) ສໍາລັບ ສປປ ລາວ ເຖິງແມ່ນວ່າຈະບໍ່ທັນມີຄວາມກ້າວໜ້າສູງຄືກັບບັນດາປະເທດພັດທະນາຕ່າງໆ ແຕ່ກໍມີບາດກ້າວການເຕີບໃຫຍ່ຂະຫຍາຍຕົວພໍສົມຄວນ ເຫັນໄດ້ເຖິງການນຳໃຊ້ໂທລະສັບມືຖື ແລະ ອິນເຕີເນັດທີ່ເປັນຕົວຊີ້ວັດພື້ນຖານຂອງການພັດທະນາ ICT ຊຶ່ງເຫັນໄດ້ຈາກການຂະຫຍາຍຕົວໃນປີ 2010 ຈາກ 5% ເພີ່ມຂຶ້ນ 48% ໃນປີ 2018 ແຕ່ລະປີມີຈໍານວນຜູ້ປະກອບການດ້ານໄອຊີທີເພີ່ມຂຶ້ນສະເລ່ຍປີລະ 7% ໂດຍສະເພາະຜູ້ປະ ກອບການສະຕາຣດອັບ (Start Up) ແມ່ນເພີ້ມຂຶ້ນຢ່າງວ່ອງໄວ ດັ່ງນັ້ນ ກະຊວງ ປທສ ໃນຖານະເປັນຜູ້ຄຸ້ມຄອງມະຫາພາກ ທາງດ້ານໄອຊີທີກໍມີເປົ້າໝາຍຈະສ້າງ ສປປ ລາວ ໃຫ້ບັນລຸບັນດາປັດໄຈພື້ນຖານໃນການຫັນເປັນດິຈິຕອລຢ່າງຮອບດ້ານ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...